ການນຳກະຊວງປ້ອງກັນປະເທດ ຕ້ອນຮັບ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສ.ເຊັກ

ການນຳກະຊວງປ້ອງກັນປະເທດ ຕ້ອນຮັບ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສ.ເຊັກ - ảnh 1
ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ
​ຕ້ອນຮັບ​​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າສ.​ເຊັກ
(ພາບ: mod.gov.vn)


(vovworld) – ວັນ​ທີ 12/05, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າສ.​ເຊັກ Jan Mladek, ​ເນື່ອງ​ໃນ​ໂອກາດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ສ.​ເຊັກ ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​​ຊົມ​ເຊີຍ​ການ​ຮ່ວມ​ມື​ຂອງ​ສ.​ເຊັກ ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​​ຂົງ​ເຂດ​ເຕັກນິກ​ການ​ທະຫານ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ຍູ້​​ໄວ​ການ​ພົວພັນ​ຮ່ວມ​ມື​ໃນ​​ຂົງ​ເຂດ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ວິທະຍາສ​າດ​ເຕັກນິກ​ເວົ້າ​ລວມ ​ແລະ ​ເຕັກນິກ​ການ​ທະຫານ​ເວົ້າ​ສະ​ເພາະ. ທ່ານ​ລັດຖະມົນຕີ Jan Mladek ປາດ​ຖະໜາ​ ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ ​ແລະ ສ.​ເຊັກ.

ຂ່າວ/ບົດ​ອື່ນ