(vovworld) - ຕອນບ່າຍວັນທີ 29/05, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດກຸຍບາ ໂດຍທ່ານ Salvador Valdes Mesa, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງລັດກຸຍບາ ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຕີລາຄາສູງບັນດາຜົນງານຍິ່ງໃຫຍ່ເຊິ່ງພັກ, ລັດ ແລະ ປະຊາຊົນກຸຍບາ ບັນລຸໄດ້ໃນວິວັດການສ້າງຮູບແບບເສດຖະກິດສັງຄົມ, ກໍ່ຄືບັນດາໄຊຊະນະໃນຂົງເຂດການຕ່າງປະເທດໃນໄລຍະຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ, ນີ້ແມ່ນປັດໃຈສຳຄັນເພື່ອໃຫ້ກຸຍບາ ຍາດໄດ້ບັນດາຜົນງານທີ່ຕັ້ງໜ້າໃນການພັດທະນາເສດຖະກິດສັງຄົມກວ່າ, ປະຕິບັນຄາດໝາຍສ້າງປະເທດກຸຍບາສັງຄົມນິຍົມ, ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົນຢ່າງມີໄຊ.
ສ່ວນທ່ານປະທານປະເທດເຈືອງເຕີນຊາງ, ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຖືກດຳເນີນໄປໃນສະພາບປີ 2015, 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (02/12/1960 – 02/12/2015) ຈະປະກອບສ່ວນຊຸກຍູ້ການພົວພັນສາມັກຄີ, ມິດຕະພາບອັນເປັນມູນເຊື້ອ ແລະ ຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ກຸຍບາ.
ທ່ານ Salvador Valdes Mesa ຢືນຢັນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນກຸຍບາ ໃນການເພີ່ມພູນຄຸນສ້າງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອດີງາມລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດກຸຍບາ - ຫວຽດນາມ.