ການ​ນຳ​ຍີ່​ປຸ່​ນ, ອາ​ເມ​ລິ​ກາ​ ພົ​ບ​ປະ​ເຈ​ລະ​ຈ​າ​ສອງ​ຝ່າຍ

(VOVWORLD) - ເມື່ອເຕື້ອງເຖິງບັນຫາ ສປປ.ເກົາຫຼີ, ທ່ານປະທານາທິບໍດີ Donald Trump ຄາດວ່າ “ມີຫຼາຍສິ່ງທີດີ”ຈະມາສູ່ ສປປ.ເກົາຫຼີ ໃນອະນາຄົດ, ບໍ່ຫົວຊາບັນດາການຍິງລູກສອນໄພໃນເວລາມໍ່ໆມານີ້ຂອງ ສປປ.ເກົາຫຼີ. ທ່ານກໍ່ໃຫ້ຮູ້ວ່າ ສອງຝ່າຍ ບັນລຸໄດ້ຫຼາຍບາດກ້າວພັດທະນາໃນບັນດາການພົບປະເຈລະຈາກ່ຽວກັບບັນຫານິວເຄຼຍ.
ການ​ນຳ​ຍີ່​ປຸ່​ນ, ອາ​ເມ​ລິ​ກາ​ ພົ​ບ​ປະ​ເຈ​ລະ​ຈ​າ​ສອງ​ຝ່າຍ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານ ປະທານາທິບໍດີ ອາເມລິກາ Donal Trump (ພາບ: TTXVN) 

ວັນທີ 27 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານ ປະທານາທິບໍດີ ອາເມລິກາ Donal Trump  ໄດ້ດຳເນີນການພົບປະເຈລະຈາຢູ່ນະຄອນຫຼວງໂຕກຽວ. ນີ້ແມ່ນການພົບປະເຈລະຈາຄັ້ງທີ 11 ລະຫວ່າງການນຳສອງປະເທດ ຍີ່ປຸ່ນ ແລະ ອາເມລິກາ.

ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຮູ້ວ່າ ທ່ານຢາກພ້ອມກັບທ່ານ ປະທານາທິບໍດີ Donald Trump ປຶກສາຫາລືໂກຍກົງກ່ຽວກັບບັນດາບັນຫາເຊິ່ງປະຊາຄົມສາກົນພວມ ປະເຊີນໜ້າ, ໃນນັ້ນມີບັນຫາ ສປປ.ເກົາຫຼີ, ກໍ່ຄືການພົວພັນເສດຖະກິດລະຫວ່າງ ຍີ່ປຸ່ນ - ອາເມລິກາ ແລະ ບັນດາເປົ້າໝາຍມຸ່ງໄປສູ່ຜົນສຳເລັດຂອງກອງປະຊຸມສຸດຍອດກຸ່ນບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນ ແຖວໜ້າໃນໂລກ (G20) ຢູ່ Osaka ໃນເດືອນມິຖຸນາຈະມາເຖິງ.

ເມື່ອເຕື້ອງເຖິງບັນຫາ ສປປ.ເກົາຫຼີ, ທ່ານປະທານາທິບໍດີ Donald Trump ຄາດວ່າ “ມີຫຼາຍສິ່ງທີດີ”ຈະມາສູ່ ສປປ.ເກົາຫຼີ ໃນອະນາຄົດ, ບໍ່ຫົວຊາບັນດາການຍິງລູກສອນໄພໃນເວລາມໍ່ໆມານີ້ຂອງ ສປປ.ເກົາຫຼີ. ທ່ານກໍ່ໃຫ້ຮູ້ວ່າ ສອງຝ່າຍ ບັນລຸໄດ້ຫຼາຍບາດກ້າວພັດທະນາໃນບັນດາການພົບປະເຈລະຈາກ່ຽວກັບບັນຫານິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ