ການນຳບັນດາທ້ອງຖິ່ນຕ່າງໆຢື້ຢາມຖາມຂ່າວແລະອວຍພອນຜູ້ມີຍົດຖາບັນດາສັກແລະຊາວຄຼິດໃນໂອກາດວັນບຸນຄຼິດສມາດ

ການນຳບັນດາທ້ອງຖິ່ນຕ່າງໆຢື້ຢາມຖາມຂ່າວແລະອວຍພອນຜູ້ມີຍົດຖາບັນດາສັກແລະຊາວຄຼິດໃນໂອກາດວັນບຸນຄຼິດສມາດ - ảnh 1
ພົນ​ໂທ ໂຕ​ເລີມ, ໄດ້ສົ່ງ​ຄຳ​ອວຍ​ພອນ​
ໃນ​ໂອ​ກາດ​ວັນ​ບຸນ​ຄຼິ​ດ​ສ​ມາດເຖິງພະ​ຄ​າ​ດີ​ນັນ
(ພາບ: cand)


(vovworld) -​ ວັນ​ທີ 21/12, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ກ​ານ​ພົບ​ປະ, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ, ອວຍ​ພອນ​​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ ແລະ ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ຄຼິດ​ສ​ມາດ 2015.

      ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຕຳ​ຫຼວດ, ພົນ​ໂທ ໂຕ​ເລີມ, ໄດ້ສົ່ງ​ຄຳ​ອວຍ​ພອນ​ໃນ​ໂອ​ກາດ​ວັນ​ບຸນ​ຄຼິ​ດ​ສ​ມາດ ເຖິງພະ​ຄ​າ​ດີ​ນັນ, ຫົວ​ໜ້າ​ສຳ​​ນັກ​ສັງ​ຄະ​ລາດ, ຫົວ​ໜ້າ​ເຂດ​ຊາວ​ຄຼິດ​ຮ່າ​ໂນ້ຍ ຫງວຽນ​ວັນ​ເຍີນ​ ພ້ອ​ມ​ກັບ​ບັນ​ດາ​ຄຸນ​ພໍ່ ແລະ ພໍ່​ແມ່​​ພີ​ນ້ອງ ເຂດ​ຊາວ​ຄຼິດ​ຮ່າ​ໂນ້ຍ. ພົນ​ໂທ ໂຕ​ເລີມ ປາດ​ຖະ​ໜາວ່າ, ບັນ​ດາຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ເຂດ​ຊາວ​ຄຼິດ​ຮ່າ​ໂນ້ຍ ສືບ​ຕໍ່​ປ​ຸ​ກ​ລະ​ດົມຊາວ​ຄຼິດ ຈົ່ງ​ສາ​ມັກ​ຄີ​ກັນ, ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ; ຕອ​ບ​ສະ​ໜອງ ແລະ ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ…

      ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ໂດຍ​ທ່ານ​ນາງ H’Ngam Nie Kdam, ຮອງ​ຫົວ​ໜ້າ​ຄະ​ນະ​​ຊີ້​ນຳເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ, ໄ​ດ້​ໄປ​ຢ້ຽມ​ຢາມ, ອ​ວຍ​ພອ​ນ​ບັນ​ດາຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ ແລະ ​ຊາວ​ຄຼິດ​ຢູ່​ບັນ​ດາ​ແຂ​ວງ​ ດັກ​ລັກ, ຢາ​ລາຍ, ກອນ​ຕຸມ… ຢູ່​ແຫ່ງ​ຕ່າງໆ​ທີ່​ຄະ​ນະ​ໄປ​ຢ້ຽມ​ຢາມ, ທ່ານ​ນາງ H’Ngam Nie Kdam ໄດ້​ຍ້ອງ​ຍໍ​​ຊົມ​ເຊີຍບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຊາວ​ຄຼິດ, ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ຊ່ວ​ຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົ​ບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ…

      ວັນ​ທີ 21/12, ຄະ​ນະ​ພັກ​ແຂ​ວງ ກວາງ​ນິງ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສ້າງ​ສັນ​ກັບ​ບັນ​ດາ​ຄຸນ​ພໍ​ໃນ​ບໍ​ລິ​ເວັນ​ແຂວງ ເພື່​ອ​ພົບ​ປະ, ຢື້​ຢາມ​ຖາມ​ຂ່າວ ແລະ ກຳ​ແໜ້ນ​ບັນ​ດາ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ອັນ​ຊອບ​ທຳ​ຂອງ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ຄຼິດ​ສ​ມາດ, ປີ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ຄຸນ​ພໍ່ ດາ​ມິງ ຫງວຽນ​ເຈີນ​ຮືງ, ​ຜູ້ຄຸ້ມ​ຄອງ​ເຂດ​ຊາວ​ຄຼິດ ກວາງ​ນິງ, ຢືນ​ຢັນ​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ຍ້ອນ​ການ​ເປີດ​ອົກ​ເປີດ​ໃຈ, ແກ້​ໄຂ​ຢ່າງ​ໄວຂອງ​ແຂວງກວາງ​ນິງ ໃນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ສາ​ສະ​ໜາ. ພວກ​ຂ້າ​ພະ​ເຈົ້າ​​ມີ​ຄວາມ​ເຊ​ື່ອ​ໝັ້ນ​​ຕໍ່ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ. ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່​າ, ດ້ວຍ​ໜ​້​າ​ທີ່​ຮັບ​ຜິດ​ຊອ​ບ​ຂອງ​ຕົນ​ຈະ​ກະ​ຕຸກ​ຊຸກ​ຍູ້​ພ​ໍ່​ແມ່​ຊາວ​ຄຼິດ​ໃນ​ແຂວງ ອຸ່ນ​ອ​່ຽນໃຈ​ທຳ​ການ​ຜະ​ລິດ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ກໍ່​ສ້າງ​ສັງ​ຄົມ, ປະ​ເທດ​ຊາດ​ໃຫ​້​ນັບ​ມື້​ນັບ​ຮັ່ງ​ມີ, ເຂັ້ມ​ແຂງກວ່າ”.

      ເນື່ອງ​ໃນ​ໂອ​ກາດ​ນີ້, ຢູ່​ເກີ່ນ​ເທີ, ວິງ​ລອງ, ທ້າຍ​ງວຽນ ກໍ​ໄດ​້​​ດຳ​ເນີນ​ການຢື້​ຢາມ​ຖາມ​ຂ່າວ ແລະ ອວຍ​ພອນ​ວັນ​ບຸນ​ຄຼິດ​ສ​ມາດ ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ