ການນຳບັນດາປະເທດ, ບັນດາພັກຕ່າງປະເທດ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳລົງຕຳແໜ່ງປະທານປະເທດ

(VOVWORLD) - ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ. ຫວຽດນາມ ຈາກສະພາແຫ່ງຊາດຊຸດທີ 14,
ການນຳບັນດາປະເທດ, ບັນດາພັກຕ່າງປະເທດ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳລົງຕຳແໜ່ງປະທານປະເທດ - ảnh 1 ການນຳບັນດາປະເທດ, ບັນດາພັກຕ່າງປະເທດ ອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳລົງຕຳແໜ່ງປະທານປະເທດ (ພາບ: TTXVN)

ການນຳບັນດາປະເທດ ບຣູໄນ, ສ.ສະຫະພາບ ມຽນມາ, ນິວຊີແລນ ແລະ ການນຳບັນດາພັກຕ່າງປະເທດ ສືບຕໍ່ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ.

        ໃນໂທລະເລກອວຍພອນ, ສົມເດັດພະລາຊາທິບໍດີ ບຣູໄນ Suntan Haji Hassanal Bolkiah ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ຫງວຽນຝູຈ້ອງ ເພື່ອເຮັດໃຫ້ການພົວພັນມີຄຸນຄ່າຫລາຍຢ່າງນັບທັງ 2 ຝ່າຍ ແລະ ພາກພື້ນລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.

        ທ່ານປະທານາທິບໍດີ ສ.ສະຫະພາບ ມຽນມາ Win Myint ໄດ້ສົ່ງຈົດໝາຍອວຍພອນ, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຢ່າງສະຫລາດສ່ອງໃສຂອງທ່ານປະທານປະເທດ ຫງວຽນຝູຈ້ອງ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານໃຫຍ່ຫລາຍຢ່າງກ່ວາອີກ ໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານປະທານາທິບໍດີ Win Myint ໄດ້ຢືນຢັນວ່າ: ມຽນມາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

        ການນຳພັກຕ່າງໆຂອງບາງປະເທດຄື: ອິນເດຍ, ເມັກຊີໂກ, ອາກຊັງຕິນ, ຊູດັງ…ກໍ່ໄດ້ສົ່ງໂທລະເລກອວຍພອນ.

ຕອບກັບ

ຂ່າວ/ບົດ​ອື່ນ