ການນຳບັນດາປະເທດອາຟະລິກາຕາເວັນຕົກ ຕົກລົງເຂົ້າຮ່ວມການທະຫານຢູ່ມາລີເໜືອ

ການນຳບັນດາປະເທດອາຟະລິກາຕາເວັນຕົກ ຕົກລົງເຂົ້າຮ່ວມການທະຫານຢູ່ມາລີເໜືອ - ảnh 1
ທະຫານມາລີ
(ພາບ: AFP)


(vovworld) -     ວັນ​ທີ 11/11, ບັນດາ​ການ​ນຳ​ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ ​ໄດ້ຮັບຮອງ​ເອົາແຜນການ​​ເຂົ້າ​ຮ່ວມດ້ານ​ການ​ທະຫານ​ຢູ່​ມາ​ລີເໜືອ​, ດ້ວຍ​ກຳລັງທະຫານ 3.300 ຄົນ ​ແລະ ​ໃນ​​ໄລ​ຍະ​ເວລາ 1 ປີ, ​ເພື່ອ​ຍາດ​ຄືນ​ເຂດ​ດິນ​ແດນ​ທີ່​ຖືກບັນດາ​ກຸ່ມ​ກຳລັງ​ປະກອບ​ອາວຸດ​ຢືດຄອງ​ກ່ອນ​ນີ້ເກືອບ​ເຄິ່ງປີ. ຂໍ້​ຕົກ​ລົງ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ດຽວ​ກັນ​ຢູ່ Abuja, ປະ​ເທດ Nigeria ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ 15 ປະ​ເທດ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ບັນດາ​ປະ​ເທດອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ (ECOWAS) ​ແລະ ບາງ​ປະ​ເທດ​ອື່ນ​ໃນ​ເຂດ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ກອງ​ປະຊຸມ, ທ່ານ​ປະທານຄົນ​ປະຈຸ​ບັນຂອງ ECOWAS, ປະທານາທິບໍດີ Cortiva Alassane Ouattara ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ສະພາ​ຄວາ​ມໝັ້ນຄົງ​ສະຫະ​ປະຊາ​ຊາດ ຈະຮັບ​ຮອງ​ເອົາມະຕິ​ດຳ​ເນີນ​ການ​​ເຂົ້າ​ຮ່ວມ​ດ້ານ​ການ​ທະຫານໃນ​ທ້າຍ​ເດືອນ 11 ຫຼື ຕົ້ນ​ເດືອນ 12/2012. ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​ໂທລະພາບ France 3 ​ເມື່ອ​ວັນ​ທີ 11/11, ທ່ານ​ປະທານ​ນາ​ທິບໍດີ​ຝລັ່ງ Francoi Hollande ຢືນຢັນ​ວ່າ ຝລັ່ງ ມີພັນທະ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຟະ​ລິ​ກາຕາ​ເວັນ​ຕົກ ຖ້າ​ຫາກວ່າ​ບັນດາ​ປະ​ເທດ​ນີ້​ຕົກລົງ​​ເຂົ້າ​ຮ່ວມດ້ານ​ການ​ທະຫານ​ຢູ່ມາ​ລີເໜືອ.

ຂ່າວ/ບົດ​ອື່ນ