ການນຳບັນດາພັກການເມືອງອັງກິດຂົນຂວາຍຫາສຽງເລືອກຕັ້ງຮອດກຳນົດ ເວລາສຸດທ້າຍ

ການນຳບັນດາພັກການເມືອງອັງກິດຂົນຂວາຍຫາສຽງເລືອກຕັ້ງຮອດກຳນົດ ເວລາສຸດທ້າຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ
(ພາບ: AFP)

(vovworld) – ​​​​ການ​ນຳ​ບັນ​ດາ​ພັກ​ການ​ເມືອງ​ໃຫຍ່​ຢູ່ ອ​ັງ​ກິດ ພວມ​ມາ​ນະ​ພະ​ຍາ​ຍາມ​ຂົນ​ຂວາຍ​ຫາ​ສ​ຽງ​ເລືອກ​ຕັ້ງ​ຮອດ​ ກຳ​ນົດເວ​ລາ​ສຸດ​ທ້າຍ ເພື່ອ​ແນ​ໃສ່​ຍາດ​ໄດ້​ໝາກ​ຜົນ​ສູ​ງ​ສ​ຸດ​ໃນ​ການ​ເລືອກ​ຕັ້​ງ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 7/5. ວັນ​ທີ 5/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ຜູ້​ນຳ​ພັກ​​ນິ​ຍົມຮັກ​ສາ​ເດີມ ເລີ່ມ​ຕົ້ນ​ການ​ຂົນ​ຂວາຍ​ຫາ​ສ​ຽງ​ເລືອກ​ຕັ້ງ​ສຸດ​ທ້າຍ​ໃນ 36 ຊົ່ວ​ໂມງ​. ​ມາ​ຮອດ​ປະ​ຈຸ​ບັນ, ​ໝາກ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງສະ​ແດງ​ໃຫ້​ເຫັນ​ວ່າ: ພັກ​​ນິ​ຍົມຮັກ​ສາ​ເດີມ ແລະ ພັກ​ແຮງ​ງານ​ມີ​ຄວາມ​ສາ​ມາດຫຼາຍ​ຢ່າງ​ເພື່ອ​ຈະ​ຍາດ​ໄດ້​ຈຳ​ນວນ​ທີ່​ນັ່ງ​ເທົ່າ​ທຽມ​ກັນ ແລະ ບໍ່​ມີ​ພັກ​ໃດ​ສາ​ມາດ​ຍາດ​ໄດ້​ທີ່​ນັ່ງ​ກ່​ວາ​ເຄິ່ງ​ໜຶ່ງ (​ຄື 326 ທີ່​ນັ່ງ) ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ.


ຂ່າວ/ບົດ​ອື່ນ