(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການດຳເນີນຊີວິດດ້ານສາສະໜາຖືກຕາມກົດໝາຍ
(ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ວັດ ເຫວງຽມ) |
ວັນທີ 16 ມັງກອນ, ຢູ່ວັດ ເຫວງຽມ, ນະຄອນ ໂຮ່ຈີມິນ, ໂດຍຕາງໜ້າການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະມະຫາອາຈານ ທິກຈີກວາງ, ສາດສະດາສະພາສົງສະມາຄົມພຸດທະສາສະໜາ ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການດຳເນີນຊີວິດດ້ານສາສະໜາຖືກຕາມກົດໝາຍ, ເບິ່ງແຍງດູແລການພັດທະນາເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ສ້າງເງື່ອນໄຂສະດວກກວ່າເພື່ອໜູນຊ່ວຍບັນດາອົງການຈັດຕັ້ງສາສະໜາຖືກຕາມກົດໝາຍເວົ້າລວມ, ສະມາຄົມພຸດທະສາສະໜາ ຫວຽດນາມ ເວົ້າສະເພາະ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງຕົນໃຫ້ແກ່ວິວັດການພັດທະນາປະເທດຊາດ.
ສ່ວນພະມະຫາພະອາຈານ ທິກຈີກວາງ ໄດ້ສົ່ງຄຳອວຍພອນບຸນເຕັດ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ປະທານປະເທດ ຫງວຽນຊວັນຟຸກ, ອຳນາດການປົກຄອງທຸກຂັ້ນ; ທ່ານຢືນຢັນວ່າ ສະມາຄົມພຸດທະສາສະໜາ ພ້ອມກັນຮ່ວມແຮງຮ່ວມໃຈ ພ້ອມກັບປະຊາຊົນທຸກຖ້ວນໜ້າໃນການສ້າງສາ, ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາຊົນດຳລົງຊີວິດນັບມືນັບຄວາມສະຫງົບສຸກ, ປິຕິຊົມຊື່ນ.