ການ​ນຳ​ພັກ, ລັດ ຫວຽດ​ນາມ ສົ່ງ​ສານ​ອວຍ​ພອນ​ວັນ​ຊາດ ຈີນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 72 ປີ (01/10/1949 – 01/10/2021), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນມາຍັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຫຼີຈາງຊູ.
ການ​ນຳ​ພັກ, ລັດ ຫວຽດ​ນາມ ສົ່ງ​ສານ​ອວຍ​ພອນ​ວັນ​ຊາດ ຈີນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຕ້ອນຮັບທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເມື່ອປີ 2017 (ພາບ: TTXVN)

ໃນສານອວຍພອນ, ບັນດາການນຳພັກ, ລັດ ຫວຽດນາມ ສະແດງຄວາມປິຕິຊົມຊືນຕໍ່ບັນດາຜົນງານທີ່ປະເທດ ຈີນ ບັນລຸໄດ້ໃນໄລຍະ 72 ປີຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປະຊາຊົນ ຈີນ ຈະປະຕິບັດບັນດາເປົ້າໝາຍ, ໜ້າທີ່ຍຸດທະສາດໂດຍກອງປະຊຸມໃຫຍ່ຊຸດທີ XIX ຂອງ ພັກກອມມູນິດ ຈີນ ວາງອອກຢ່າງມີໄຊ. ບັນດາການນຳພັກ, ລັດ ຫວຽດນາມ ກໍຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນນຳສາຍພົວພັນລະຫວ່າງ ຫວຽດນາມ - ຈີນ ຈະພັດທະນາຢ່າງປອດໃສ, ມີສະຖຽນລະພາບ; ພ້ອມແລ້ວທີ່ຈະພ້ອມກັບ ຈີນ ເພີ່ມທະວີການຮ່ວມມືຢ່າງຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາຢ່າງມີສະຖຽນລະພາບ ແລະ ຍືນຍົງ; ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍໄດ້ສົ່ງສານອວຍພອນມາຍັງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ