( vovworld ) – ເນື່ອງໃນໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ, ຕອນເຊົ້າວັນທີ 18/5, ຄະນະຜູ້ແທນພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາອາໄລຫາປະທານໂຮ່ຈິມິນຢູ່ສຸສານຂອງເພີ່ນ. ເຂົ້າຮ່ວມພິທີອາໄລຫາມີທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ Nguyen Phu Trong, ທ່ານປະທານປະເທດ Truong Tan Sang, ທ່ານນາຍົກລັດຖະມົນຕີ Nguyen Tan Dung, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ Huynh Dam ພ້ອມດ້ວຍບັນດາອະດີດການນຳຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ. ພວງມາລາຂອງຄະນະບໍລິຫານງານສູນກາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ມີແຖວໜັງສືທີ່ວ່າ “ຮູ້ບຸນຄຸນປະທານໂຮ່ຈິມິນຜູ້ຍິງໃຫ່ຍຕະຫຼອດໄປ“. ບັນດາຜູ້ແທນໄດ້ໄຫ້ວອາໄລປະທານໂຮ່ຈິມິນ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນຫຼົ້ນເຫຼືອທີ່ມີຕໍ່ການນຳຜູ້ທີ່ແສນເຄົາລົບຮັກ, ນັກວິລະຊົນປົດປ່ອຍຊາດ, ອາຈານຜູ້ຍິ່ງໃຫ່ຍຂອງການປະຕິວັດຫວຽດນາມ ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອເອກະລາດ ອິດສະຫຼະພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.