(VOVWORLD) -ທ່ານນາງ ເຈືອງທິມາຍ ກໍ່ແບ່ງປັນກ່ຽວກັບບັນດາການກຳນົດທິດການພັດທະນາເສດຖະກິດ-ສັງຄົມຂອງພັກ, ລັດ ໃນໄລຍະຈະມາເຖິງຕື່ມອີກ.
ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເລິນດົ່ງ
(ພາບ: TTXVN)
|
ຕອນເຊົ້າວັນທີ 23 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ໄດ້ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ເລິນດົ່ງ ຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ເຊິ່ງແມ່ນພະນັກງານ, ລັດຖະກອນ, ພາລະກອນຂອງນະຄອນ ດ່າລາດ, ແຂວງ ເລິມດົ່ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ຢູ່ທີ່ນີ້, ທ່ານນາງ ເຈືອງທິມາຍ ໄດ້ຮັບຟັງບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ພ້ອມທັງໃຫ້ຄຳຕອບກ່ຽວກັບການເລີ່ມທຸລະກິດຂອງຊາວໜຸ່ມ, ນະໂຍບາຍຂອງລັດຖະບານກ່ຽວກັບການສ້າງກະສິກຳ, ຊົນນະບົດ ແລະ ຊາວກະສິກອນຊົນ; ນະໂຍບາຍນຳໃຊ້ພະນັກງານເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍ; ສ້າງພື້ນຖານໂຄງລ່າງພັດທະນາກະສິກຳ… ທ່ານນາງ ເຈືອງທິມາຍ ກໍ່ແບ່ງປັນກ່ຽວກັບບັນດາການກຳນົດທິດການພັດທະນາເສດຖະກິດ-ສັງຄົມຂອງພັກ, ລັດ ໃນໄລຍະຈະມາເຖິງຕື່ມອີກ.
ແລະກໍ່ໃນວັນດຽວກັນ, ທ່ານ ໂດ້ບ໊າຕິ, ຮອງປະທານສະພາແຫ່ງຊາດ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ກໍ່ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາວທັ໊ງ.