ການນຳພັກ,ລັດເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ

(vovworld) - ວັນ​ທີ 25/1, ເນື່ອງ​ໃນ​ໂອ​ກາດ​ການ​ສະ​ເຫຼີມ​ສະຫຼອງ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930 – 3/2/2017) ແລະ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ລະ​ກາ 2017, ບັນ​ດາ​ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ, ເຂົ້າ​​ຂ່ຳ​ນັບສຸ​ສານ​ປະ​ທານ ໂຮ່​ຈີ​ມິນ ແລະ ຖະ​ຫວາຍ​​ດອກ​ໄມ້ທ​ູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນທີ່​ເສຍ​ສະ​ລະ​ຊີ​ວິດ​ເພື່ອ​ຊາດ. ​​ຕໍ່ຈາກນັ້ນ, ບັນ​ດາ​ການ​ນຳ​ພັກ, ລັດ ໄດ້​ໄປ​ຖະ​ຫວາຍ​ທູ​ບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​​ອະ​ນຸ​ສາ​ວະ​ລີ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ບັກ​ເຊີນ ແລະ ສຸ​ສານ ມາຍ​ຢິກ, ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ