(ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫາຍຟ່ອງ)
(vovworld) – ເພີ່ມທະວີການສ້າງອົງຄະນະພັກ, ອຳນາດການປົກຄອງນະຄອນຫາຍຟ່ອງ, ໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ສາມັກຄີ, ເປັນເອກະພາບກັນ, ຖືນີ້ແມ່ນໜ້າທີ່ຫຼັກແຫຼ່ງ, ມີຄວາມໝາຍຕັດສິນຊີ້ຂາດເພື່ອນຳຫາຍຟ່ອງ ພັດທະນາກະໂດດຂັ້ນ, ບຸກທະລຸ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫາຍຟ່ອງ, ຖືກດຳເນີນໃນຕອນເຊົ້າວັນທີ 22/10. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ຫາຍຟ່ອງ ສືບຕໍ່ປະຕິບັດ 3 ບຸກທະລຸຍຸດທະສາດໃຫ້ເປັນຢ່າງດີ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດກວ່າອີກ, ຍູ້ແຮງການດຶງດູດບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນການພັດທະນາໂຄງປະກອບພື້ນຖານໂຄງລ່າງ ແລະ ບັນດາຂົງເຂດອຸດສາຫະກຳ, ການບໍລິການ, ກະສິກຳ; ຍູ້ໄວຄວາມຄືບໜ້າ ແລະ ຍົກສູງຄຸນນະພາບການກໍ່ສ້າງຊົນນະບົດໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ.
“ການພັດທະນາບັນດາຮູບການບໍລິການ - ການຄ້າທີ່ມີມູນຄ່າເພີ່ມສູງຢ່າງແຮງ, ໃນນັ້ນ ຖືການພັດທະນາການບໍລິການທ່າກໍ່າປັ່ນ, ການບໍລິການເດີນທະເລ, ການບໍລິການ logistics ທ່າແຮງ, ແມ່ນທ່າໄດ້ປຽບຂອງຫາຍຟ່ອງ. ພ້ອມທັງພັດທະນາການທ່ອງທ່ຽວຕິດພັນກັບການລົງທຶນພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ສ້າງບັນດາຜະລິດຕະພັນການທ່ອງທ່ຽວໃໝ່ ຕິດພັນກັບທ່າແຮງງຂອງນະຄອນທະເລ, ເກາະ ເພື່ອໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງນະຄອນຫາຍຟ່ອງ ຢ່າງແທດຈິງ”.
ແລະກໍໃນຕອນເຊົ້າວັນທີ 22/10, ຢູ່ນະຄອນ ດົ່ງເຮີ໋ຍ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ກວາງບິ່ງ ຄັ້ງທີ 16 ອາຍຸການ 2015 – 2020 ຖືກໄຂຂຶ້ນຢ່າງເປັນທາງການ. ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຊວນຟຸກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງແຂວງເສີມຂະຫຍາຍພູມປັນຍາ, ຄວາມສາມາດບົ່ມຊ້ອນຕ່າງໆ ແລະ ທ່າແຮງຂອງທ້ອງຖິ່ນ ເພື່ອສູ້ຊົນປະຕິບັດຈຸດໝາຍ “ນຳ ກວາງບິ່ງ ພັດທະນາ ແລະ ໝັ້ນຄົງເຂັ້ມແຂງຢ່າງມີໄຊ” ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ແຂວງ ກວາງບິ່ງ ຕ້ອງຍູ້ແຮງການປຸກລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການລົງທຶນພັດທະນາຢ່າງມີປະສິດທິຜົນ, ສືບຕໍ່ຫັນປ່ຽນໂຄງປະກອບເສດຖະກິດຢ່າງໄວຕາມທິດ ເພີ່ມອັດຕາສ່ວນບັນດາຂະແໜງອຸດສາຫະກຳ ແລະ ການບໍລິການທີ່ມີທ່າແຮງ, ນຳອຸດສາຫະກຳກາຍເປັນຂະແໜງເສດຖະກິດຈຸດສຸມ ແລະ ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ. ຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່, ສຸມໃສ່ການສ້າງພັດທະນາກະສິກຳຫລາຍຂະແໜງ, ກະສິກຳມີຄຸນນະພາບສູງຕິດພັນກັບການກໍ່ສ້າງຊົນນະບົດໃໝ່”.
ແລະໃນວັນດຽວກັນ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ດົ່ງທ໋າບ ຄັ້ງທີ 10 ອາຍຸການ 2015 – 2020 ຖືກໄຂຂຶ້ນ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານນາງ ຫງວຽນທິກີມເງິນ ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຈາະຈີ້ມ 7 ໝວດມາດຕະການໃນການພັດທະນາເສດຖະກິດ - ສັງຄົມ ແລະ ວຽກງານກໍ່ສ້າງພັກ ເພື່ອຈາກນັ້ນ ແຂວງ ດົ່ງທ໋າບ ວາງອອກບັນດາມາດຕະການເໝາະສົມໃນອາຍຸການໃໝ່, ເຮັດໃຫ້ທ້ອງຖິ່ນບືນຕົວ. ພ້ອມທັງ, ຮຽກຮ້ອງທ້ອງຖິ່ນສືບຕໍ່ປ່ຽນໃໝ່ວິທີການຊີ້ນຳນຳພາຂອງຄະນະພັກທຸກຂັ້ນ, ຍົກສູງຄວາມສາມາດຊີ້ນຳນຳພາຂອງບັນດາອົງການຈັດຕັ້ງພັກກ່ວາອີກ.
ແລະໃນວັນດຽວກັນທ່ານ ຟ້າມກວາງງີ້ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງ ບິ່ງເຟື໋ອກ ຄັ້ງທີ 10 ອາຍຸການ 2015 – 2020. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຟ້າມກວາງງີ້ ເນັ້ນໜັກວ່າ:
“ແຂວງຕ້ອງເອົາໃຈໃສ່ເປັນພິເສດ ເຖິງການປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງ, ສະຖຽນລະພາບຢູ່ເຂດຊາຍແດນ. ບິ່ງເຟື໋ອກ ຄວນກໍ່ສ້າງຂະໜານປ້ອງກັນຊາຍແດນຢ່າງໝັ້ນຄົງເຂັ້ມແຂງ, ຮັກສາອະທິປະໄຕແຫ່ງຊາດ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດກັບການຮັບປະກັນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ້ອງຖິ່ນຄວນຍົກສູງການເຄື່ອນໄຫວພົວພັນຕ່າງປະເທດ, ປັບປຸງການພົວພັນສາມັກຄີ, ມິດຕະພາບກັບບັນດາແຂວງຕິດກັບຊາຍແດນ, ປະກອບສ່ວນປະຕິບັດວຽກງານການທູດປະຊາຊົນກັບປະເທດ ກຳປູເຈຍ ໃຫ້ດີ”
ແລະກໍໃນວັນດຽວກັນ, ນະຄອນ ຫາຍຟ່ອງ, ແຂວງ ດົ່ງທ໋າບ, ບ່າເຣຍ - ຫວູງເຕົາ ກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອາຍຸການ 2015 – 2020.