ການນຳພັກເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່າຕິ້ງ

ການນຳພັກເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່າຕິ້ງ - ảnh 1
ກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່າຕິ້ງ
(ພາບ: doisongphapluat)


(vovworld) – ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັ​ກ​ແຂວງ​ຮ່າ​ຕິ້ງ ຄັ້ງ​ທີ 18, ​ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/10, ຢູ່​ນະຄອນ​ຮ່າ​ຕິ້ງ. ທ່ານ ຫງວຽນ​ຊິງ​ຮຸ່ງ, ກຳມະ​ການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ; ທ່ານ ຫງວຽນຊວນຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ຊີ້​ນຳ​ກອງ​ປະຊຸ​ມ​ໃຫຍ່. ກ່າວ​ຄຳ​ເຫັນຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ສະ​ເໜີ​ວ່າ, ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ​ແຂວງ​ຮ່າ​ຕິ້ງ ຕ້ອງ​ສຸມ​ໃສ່​ກໍ່ສ້າງ​ເສດຖະກິດ ວູ້ງອ໋າງ ​ໃຫ້​ກາຍ​​ເປັນ​ສູນອຸດ​ສາ​ຫະກຳ, ການ​ບໍລິການ​ທ່າ​ກໍາ​ປັ່່ນຂອງ​ທັງ​ປະ​ເທດ, ຂອງ​ພາກ​ພື້ນ ​ແລະ ສາກົນ​ໂດ​ຍ​ໄວ. ຖື​ນີ້​ແມ່ນ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ເສດຖະກິດ. ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ຮ່າ​ຕິ້ງ ຕ້ອງ​ເອົາ​ໃຈ​ໃສ່​ພັດທະນາ​ບັນ​ດາ​ຂົງ​ເຂດ​ຄື: ວັດທະນະທຳ​ ສັງຄົມ, ສາທາລະນະ​ສຸກ, ການ​ສຶກສາ, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ, ຮັບປະກັນ​ຊີວິດ​ສັງຄົມ, ກໍ່ສ້າງ​ຮ່າ​ຕິ້ງ ​ໃຫ້​ກາຍ​ເປ​ັນ​ແຂວງ​ອຸດສາຫະກຳ​ທັນ​ສະ​ໄໝ​​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ