ການນຳລັດຖະບານອວຍພອນປີໃໝ່ພະນັກງານ,
ລັດຖະກອນຫ້ອງວ່າການລັດຖະບານ
(ພາບ: chinhphu.vn)
(vovworld) – ວັນທີ 24/2, ເປັນວັນເຮັດວຽກທຳອິດຂອງປີໃໝ່ປີມະແມ 2015, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງອວຍພອນປີໃໝ່ພະນັກງານ, ພາລະກອນ, ລັດຖະກອນຫ້ອງວ່າການລັດຖະບານ. ຕາມທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ປີ 2014 ຜ່ານມາ, ຫ້ອງວ່າການລັດຖະບານໄດ້ປະຕິບັດບົດບາດໜ້າທີ່ຂອງຕົນເປັນຢ່າງດີ, ປະກອບສ່ວນຕັ້ງໜ້າເຂົ້າໃນການຊີ້ນຳນຳພາຂອງລັດຖະບານຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ປີ 2015, ພະນັກງານ, ພາລະກອນ, ລັດຖະກອນຫ້ອງວ່າການລັດຖະບານ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ນ້ຳໃຈສາມັກຄີ, ເປັນເອກະພາບ, ຈິດໜຶ່ງໃຈດຽວເພື່ອຮັບໃຊ້ໃຫ້ການເຄື່ອນໄຫວຊີ້ນຳນຳພາຂອງລັດຖະບານ, ນາຍົກລັດຖະມົນຕີໃຫ້ເປັນຢ່າງດີກ່ວາອີກ, ປະກອບສ່ວນເຂົ້າໃນຜົນງານພັດທະນາເສດຖະກິດ-ສັງຄົມລວມຂອງປະເທດຊາດ.