ການນຳລັດ,ສະພາແຫ່ງຊາດຕ້ອນຮັບນາຍົກລັດຖະມົນຕີສະໂລວາເກຍ

ການນຳລັດ,ສະພາແຫ່ງຊາດຕ້ອນຮັບນາຍົກລັດຖະມົນຕີສະໂລວາເກຍ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໂລ​ວາ​ເກຍ Robert Fico)

(vovworld) - ​ຕອນ​ບ່າຍ​ວັນ​ທີ 18/07, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໂລ​ວາ​ເກຍ Robert Fico. ​ທ່ານ​ປະ​ທານ​ປະ​ເທດ ເຈືອນ​ດ້າຍກວາງ ​ເນັ້ນ​ໜັກ​ເຖິງ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂ​ອງ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ​້​ບັນ​ດາ​ວິ​ສາ​ຫະ​ກິດ ສະ​ໂລ​ວາ​ເກຍ ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ແລະ ສະ​ໂລ​ວາ​ເກຍ ມີ​ທ່າ​ແຮງ.

        ແລະ​ກໍ​ໃນ​ຕອນ​ບ່າຍ​ວັ​ນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໂລ​ວາ​ເກຍ Robert Fico. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້​ລັດ​ຖ​ະ​ບ​ານສະ​ໂລ​ວາ​ເກຍ ສືບ​ຕໍ່​ສ້າງ​ເງື່ອນ​ໄຂສະ​ດວກ​ໃຫ​້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ດຳ​ລົງ​ຊີ​ວິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ປົກ​ກະ​ຕິ​ຢູ່ສະ​ໂລ​ວາ​ເກຍ ແລະ ປ​າດ​ຖະ​ໜາ​ວ່​າ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມາ​ລົງ​ທຶນ​ຢູ່​ສະ​ໂລ​ວາ​ເກຍ.

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ປາດ​ຖະ​ໜາ​ວ່າ, 2 ຝ່າຍ​ຈະ​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ໂດຍ​ໄວ, ຮຽກ​ຮ້ອງ​ໃຫ້​ສະ​ພາ​ແຫ່ງ​ຊາດສະ​ໂລ​ວາ​ເກຍ ​ເພື່ອ​ໃຫ້​ສະ​ໂລ​ວາ​ເກຍ ເປັ​ນ​ປະ​ເທດ​ທຳ​ອິດ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ດັ່ງ​ກ່າວ. ຄ​ຽງ​ຂ້າງນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ປາດ​ຖ​ະ​ໜາ​ວ່າ ການ​ນຳ 2 ປະ​ເທດ​ຕ້ອງ​ມີ​ການ​ພົບ​ປະ​ເປັນ​ປະ​ຈຳ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເພື່ອ​ຮ່ຳ​ຮ​ຽນ, ແລກ​ປ່ຽນ​ບົດ​ຮຽນ.

ຂ່າວ/ບົດ​ອື່ນ