ການນຳລັດເຊຍ, ອາເມລິກາແລກປ່ຽນກ່ຽວກັບແຜນການຈັດຕັ້ງກອງປະຊຸມ G7
(VOVWORLD) -ວັນທີ 1 ມິຖຸນາ, ທ່ານ Donald trump ປະທານາທິບໍດີ ອາເມລິກາໄດ້ມີການແລກປ່ຽນທາງໂທລະສັບກັບທ່ານ V. Putin ປະທານາທິບໍດີ ລັດເຊຍ ກ່ຽວກັບບັນດາແຜນການສຳລັບ ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7).
ທ່ານ Donald trump ປະທານາທິບໍດີ ອາເມລິກາ ແລະ ທ່ານ V. Putin ປະທານາທິບໍດີ ລັດເຊຍ
(ພາບ: AFP/TTXVN)
|
ທຳນຽບຂາວໃຫ້ຮູ້ວ່າການນຳອາເມລິກາ ແລະ ລັດເຊຍ ໄດ້ປຶກສາຫາລືກ່ຽວກັບວິວັດທະນາການຈັດຕັ້ງກອງປະຊຸມກຸ່ມ G7. ໃນຂະນະນັ້ນ, ຖະແຫຼງການຂອງ ວັງ Kremlin ໃຫ້ຮູ້ວ່າ ທ່ານ ປະທານາທິບໍດີ Donald Trump ໄດ້ເວົ້າກັບທ່ານ ປະທານາທິບໍດີ V. Putin ກ່ຽວກັບແນວຄວາມຄິດຈະເຊີນລັດເຊຍ, ອົດສະຕາລີ, ອິນເດຍ ແລະ ສ.ເກົາຫຼີ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ຢູ່ອາເມລິກາ. ນອກຈາກນັ້ນ, ການນຳສອງທ່ານກໍ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມໃນການເຮັດໃຫ້ ໂລກລະບາດ Covid – 19 ຖືກປະລາໄຊ ແລະ ເປີດພື້ນຖານເສດຖະກິດຄືນໃໝ່. ວັງ Kremlin ໃຫ້ຮູ້ຕື່ມອີກວ່າ ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງ OPEC+ ທີ່ກ່ຽວຂ້ອງເຖິງການຫຼຸດປະລິມານນ້ຳມັນດີບລົງ.
ກ່ອນໜ້ານັ້ນ, ທ່ານ Trump ໄດ້ປະກາດວ່າຈະເລື່ອນວັນເວລາຈັດຕັ້ງກອງປະຊຸມ G7 ແຕ່ວັນທີ 10 ມິຖຸນາມາເປັນເດືອນກັນຍາ ຫຼືດົນກ່ວານັ້ນ ແລະ ຄາດວ່າຈະເຊີນຕື່ມອີກ 4 ປະເທດເຂົ້າຮ່ວມກອງປະຊຸມ. ທັງ 4 ປະເທດເຊິ່ງທ່ານ Trump ຢາກເຊີນລ້ວນແຕ່ນອນໃນກຸ່ມ 20 ພື້ນຖານເສດຖະກິດພັດທະນາແຖວໜ້າໂລກ (G20).