ການ​ນຳ​ລັດ​ເຊຍ, ເຢຍ​ລະ​ມັນ ດຳ​ເນີນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ

(VOVWORLD) -ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ຮຽກຮ້ອງໃຫ້ປະທານາທິບໍດີ ປູຕິນຊຸກຍູ້ມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ ຢູແກຼນ ແມ່ນຍິ່ງໄວກໍ່ຍິ່ງດີ. ການນຳສອງທ່ານມັກດຳເນີນການເຈລະຈາທາງໂທລະສັບນຳກັນເປັນປະຈຳ ນັບແຕ່ເວລາທີ່ລັດເຊຍ ເປີດບັ້ນຮົບການທະຫານພິເສດຢູ່ ຢູແກຼນ.
ການ​ນຳ​ລັດ​ເຊຍ, ເຢຍ​ລະ​ມັນ ດຳ​ເນີນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: TTXVN)

ວັນທີ 2 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການເຈລະຈາທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ປຶກສາຫາລື ການປະຕິບັດຂໍ້ຕົກລົງວ່າດ້ວຍການຂົນສົ່ງທັນຍາຫານ ຢູ່ທະເລດຳ, ພິເສດແມ່ນບັນຫາການສົ່ງອອກ ປຸຍຂອງ ລັດເຊຍ. ວັງ Kremlin ໃຫ້ຮູ້ວ່າ, ໃນການເຈລະຈາທາງໂທລະສັບ,  ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດຂໍ້ຕົກລົງກ່ຽວກັບທັນຍາຫານຢ່າງຍຸຕິທຳ ແລະ ຮອບດ້ານຕາມນັ້ນແລ້ວແມ່ນຍົກເລີກ ຫົວກິດຂວາງຕໍ່ແຫຼ່ງສະໜອງຂອງລັດເຊຍ. ນອກຈາກນັ້ນ, ການນຳລັດເຊຍ ກໍ່ຮຽກຮ້ອງໃຫ້ດຳເນີນການກວດກາຢ່າງເປີດເຜີຍ ກ່ຽວກັບເຫດການທີ່ເກີດຂຶ້ນຢູ່ທໍ່ສົ່ງ ອາຍແກັດຈາກລັດເຊຍ ໄປຍັງ ເຢຍລະມັນ (Nord Stream 1), ດ້ວຍການເຂົ້າຮ່ວມຂອງອົງການເຈົ້າໜ້າທີ່ ຂອງລັດເຊຍ.

ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ຮຽກຮ້ອງໃຫ້ປະທານາທິບໍດີ ປູຕິນຊຸກຍູ້ມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ ຢູແກຼນ ແມ່ນຍິ່ງໄວກໍ່ຍິ່ງດີ. ການນຳສອງທ່ານມັກດຳເນີນການເຈລະຈາທາງໂທລະສັບນຳກັນເປັນປະຈຳ ນັບແຕ່ເວລາທີ່ລັດເຊຍ ເປີດບັ້ນຮົບການທະຫານພິເສດຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ