ການນຳລັດເຊຍ ແລະ ຊີຣີປຶກສາຫາລືກ່ຽວກັບອະນາຄົດຂອງຊີຣີ
ປະທານາທິບໍດີລັດເຊຍ Vladimir Putin ແລະ
ປະທານາທິບໍດີ ຊີຣີ Bashar-Assad
(ພາບ: IbTimes)
(vovworld) - ວັນທີ 23/12, ປະທານາທິບໍດີລັດເຊຍ Vladimir Putin ໄດ້ປຶກສາຫາລືກັບປະທານາທິບໍດີ ຊີຣີ Bashar-Assad ກ່ຽວກັບອະນາຄົດຂອງປະເທດຕາເວັນອອກກາງນີ້. ໃນການໂອ້ລົມທາງໂທລະສັບ, ປະທານາທິບໍດີ Vladimir Putin ໄດ້ອວຍພອນຜູ້ຮ່ວມຕຳແໜ່ງ ຊີຣີ ຍາດໄດ້ສິດຄວບຄຸມນະຄອນ Aleppo, ພ້ອມທັງເນັ້ນໜັກວ່າ, ນີ້ແມ່ນຈຸດເວລາທີ່ຕ້ອງການສຸມໃສ່ຄວາມມານະພະຍາຍາມເພື່ອບັນລຸຂໍ້ຕົກລົງແກ້ໄຂວິກິດການຢູ່ຊີຣີ. ໃນຂະນະນັ້ນ, ປະທານາທິບໍດີ Bashar-Assad ກໍ່ຢືນຢັນວ່າ, ໄຊຊະນະ Aleppo ໄດ້ເປັນການເປີດປະຕູໃຫ້ແກ່ວິວັດທະນາການດ້ານການເມືອງ.