ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ຊ້າຍ) ແລະ ຄູ່ຕຳແໜ່ງ ອາເມລິກາ Barack Obama
(ພາບ: EPA)
|
(vovworld) – ວັນທີ 25/6, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ Barack Obama ເພື່ອປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ, ບັນຫາອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ກໍ່ຄືຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງ ອີຣານ. ນີ້ແມ່ນການໂອ້ລົມສົນທະນາທາງໂທລະສັບຄັ້ງທຳອິດລະຫວ່າງການນຳ ລັດເຊຍ, ອາເມລິກາ ນັບແຕ່ເດືອນ 2 ຜ່ານມາ. ແຈ້ງການຂອງທຳນຽບຂາວ ໃຫ້ຮູ້ວ່າ: ການນຳ 2 ທ່ານກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການນັບມື້ນັບຮ້າຍແຮງຢູ່ ຊີຣີ ເຊິ່ງແມ່ນບ່ອນທີ່ບັນດາທະຫານກະບົດ IS ພວມເຄື່ອນໄຫວ, ພ້ອມທັງເນັ້ນໜັກຄວາມສຳຄັນຂອງເລື່ອງກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຮັກສາຫຼັກໝັ້ນເປັນເອກະພາບໃນການເຈລະຈາກັບ ອີຣານ ກ່ຽວກັບໂຄງການນິວເຄຼຍຂອງປະເທດ ສ. ອິດສະລາມ ນີ້. ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ, ໃນການໂອ້ລົມ, ທ່ານປະທານາທິບໍ Obama ໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມຈຳເປັນຂອງເລື່ອງ ມົດສກູ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕາມຂໍ້ຕົກລົງ Minsk.