ການນຳລາວ ໃຫ້ການຕ້ອນຮັບ ຄະນະຜູ້ແທນສະພາຊົນເຜົ່າ ສະພາແຫ່ງຊາດຫວຽດນາມ

ການນຳລາວ ໃຫ້ການຕ້ອນຮັບ ຄະນະຜູ້ແທນສະພາຊົນເຜົ່າ ສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານ​ນາງ Trieu Thi Nai ປະທານ​ສະພາ​ຊົນ​ເຜົ່າ
ແລະ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ
( ພາບ: vietnamplus.vn )


( vovworld ) - ຕອນ​ບ່າຍ​ວັນ​ທີ 26/3, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 26 – 30/3, ຄະ​ນະ​ຜູ້​ແທນສະພາ​ຊົນ​ເຜົ່າສະພາ​ແຫ່ງ​ຊາດຫວຽດນາມ ໂດຍ​ທ່ານ​ນາງ Trieu Thi Nai ປະທານ​ສະພາ​ຊົນ​ເຜົ່ານຳ​ໜ້າ​ໄດ້ຮັບ​ການຕ້ອນຮັບຈາກ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ ​ແລະ ທ່ານ​ປະທານ​ແນວ​ລາວ​ສ້າງ​ຊາດ ພັນ​ດວງ​ຈິດ​ວົງສາ. ບັນດາ​ການ​ນຳ​ຂອງ​ລາວ ​ໄດ້​ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ ​ແລະ ຢືນຢັນ​​ຖື​ວຽກ​ງານ​ຊົນ​ເຜົ່າ​ເປັນ​ສຳຄັນ​​, ປາດ​ຖະໜາ​ວ່າ​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນຍິ່ງ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ຍົກ​ສູງ​ວຽກ​ງານ​ຊົນ​ເຜົ່າ - ສາສະໜາ, ປະກອບສ່ວນ​ຮັກ​ສາ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ, ຕໍ່ສູ້​ກັບ​ກຳລັງ​ປໍ​ລະ​ປັກ​ຫວັງ​ມ້າງ​ເພ​ທຳລາຍຄວາມ​ສາມັກຄີ​​ແຫ່ງ​ຊາດ, ບັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ