ການນຳລາວຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ2ກະຊວງຍຸຕິທຳຫວຽດນາມແລະລາວ

ການນຳລາວຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ2ກະຊວງຍຸຕິທຳຫວຽດນາມແລະລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ
​ຕ້ອນຮັບ​​ທ່ານ ຮ່າ​ຮຸ່ງ​ເກື່ອ​ງ
(ພາບ: moj.gov.vn)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ສຳນັກ​ງານ​ຫ້ອງ​ວ່າການລັດຖະບານ ລາວ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ໂດຍ​ທ່ານ ຮ່າ​ຮຸ່ງ​ເກື່ອ​ງ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຫວຽດນາມ ນຳ​ໜ້າ ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ລາວ. ທີ່​ການ​ຕ້ອນຮັບ, ທ່ານ ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ໃຫ້​ຮູ້​ວ່າ: ກະຊວງ​ຍຸຕິ​ທຳ ຫວຽດນາມ ພ້ອມ​ແລ້ວທີ່​ຈະ​ໜູນ​ຊ່ວຍ​ວຽກ​ງານກໍ່​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຍຸຕິ​ທຳ ​ໃຫ້​ລາວ. ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ປາດ​ຖະໜາ​ວ່າ: ​ລັດຖະບານ ລາວ ສະໜັບສະໜູນ​ກະຊວງ​ຍຸຕິ​ທຳ ລາວ ​ໃນ​ການ​ສົມທົບ​ກັບ​ກະຊວງ​ຍຸຕິ​ທຳ ຫວຽດນາມ ຜັນ​ຂະຫຍາຍ​ການປະຕິບັດ​ໂຄງການ​ນີ້​ຢ່າງ​ມີ​ປະສິດທິ​ຜົນ.

        ສ່ວນ​ທ່ານ ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ກໍ່ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມືອັນ​ດີງາມລະຫວ່າງກະຊວງຍຸຕິ​ທຳ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ຮອບດ້ານ ຫວຽດນາມ - ລາວ ​ໃນ​ທຸກ​ຂົງ​ເຂດ​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດ​ທະ​ຜົນ​ກ່ວາ​ອີກ.

        ​ໃນ​ລະຫວ່າງ​ວັນ​ທີ 25 – 26/12, ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ຮອງ​ເລຂາຄະນະ​ພັກ​ການ​ທະຫານສູນ​ກາງ, ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງທະຫານ ຫວຽດນາມ ຢ້ຽມຢາມ​ມິດຕະພາບ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ, ​ເລຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ. ​ໃນ​​ໄລຍະ​ເວລາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທະຫານ ຫວຽດນາມ ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທະຫານ​ປະຊາຊົນ ລາວ ​ແລະ ລົງ​ນາມ​​​ໃນແຜນການ​ຮ່ວມ​ມື​ປີ 2016 ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ.


ຂ່າວ/ບົດ​ອື່ນ