ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການ ໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມພ້ອມກັບຄະນະປະຕິບັດງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ
|
(vovworld)- ຕອນເຊົ້າວັນທີ 18/10, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການ ໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມພ້ອມກັບຄະນະປະຕິບັດງານຂອງ ວິທະຍຸກະຈາຍສຽງຫວຽດນາມໄດ້ລົງຢ້ຽມຢາມ ກິດຈະກຳອະນຸສາວະລີແມ່ ຫວຽດນາມວິລະຊົນທີ່ຕາແສງ ຕາມຟູ້, ນະຄອນຕາມກີ່ ແຂວງ ກວາງນາມ. ກິດຈະກຳອະນຸສາວະລີແມ່ຫວຽດນາມວິລະຊົນແຫ່ງນີ້ ໄດ້ຮັບການລິເລີ່ມກໍ່ສ້າງຈາກແນວຄວາມຄິດຂອງ ວິທະຍຸກະຈາຍສຽງຫວຽດນາມ ຊຶ່ງຂົນຂວາຍບັນດາແຫຼ່ງເງິນອຸປະຖຳກໍ່ສ້າງອະນຸສາວະລີແມ່ ຫວຽດນາມວິລະຊົນ, ຊຶ່ງກໍ່ສ້າງຕາມຕົວຢ່າງແມ່ຫວຽດນາມວິລະຊົນ ຫງວຽນທິທື້ທີ່ຕາແສງ ດ້ຽນທັ້ງ, ເມືອງດ້ຽນບານ ແຂວງກວາງນາມ. ຄາດວ່າກິດຈະກຳອະນຸສາວະລີແມ່ ຫວຽດນາມວິລະຊົນແຫ່ງດັ່ງກ່າວຈະສຳເລັດການກໍ່ສ້າງໃນຈຸດເວລາກົງກັບໂອກາດສະເລີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/2014).
ທີ່ການເຮັດວຽກກັບການນຳແຂວງກວາງນາມ, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການ ໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະທີ່ຈະເຖິງ, ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ຂົນຂວາຍບັນດາແຫຼ່ງອຸປະຖຳເພື່ອລະດົມທົ່ວສັງຄົມເຂົ້າຮ່ວມການກໍ່ສ້າງກິດຈະກຳອະນຸສາວະລີແມ່ ຫວຽດນາມວິລະຊົນ