ການນຳສູນກາງແນວໂຮມປະເທດຊາດສົ່ງຈົດໝາຍອວຍພອນ ວັນບຸນວິສາຂະບູຊາ 2017
|
(vovworld)- ວັນທີ 28/4, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ ໄດ້ສົ່ງຈົດໝາຍເຖິງບັນດາຜູ້ມີຍົດສັກຕຳແໜ່ງພ້ອມກັບພຸດທະສາສະນິກກະຊົນ ຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດເນື່ອງໃນໂອກາດວັນບຸນວິສາຂະບູຊາ 2017 ພ.ສ 2561, ໃນຈົດໝາຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ ໄດ້ສົ່ງຄຳອວຍພອນທີ່ຈົບງາມທີ່ສຸດເຖິງບັນດາຜູ້ມີຍົດສັກຕຳແໜ່ງພ້ອມກັບພຸດທະສາສະນິກກະຊົນ ຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ ສະແດງຄວາມເຊື່ອໝັ້ນວ່າ ບັນດາຜູ້ມີຍົດສັກຕຳແໜ່ງພະສົງສຳມະເນັນພ້ອມກັບພຸດທະສາສະນິກກະຊົນ ຫວຽດນາມໃນສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ປະຕິບັດທິດນຳ “ທຳມະ - ຊາດ -ລັດທິສັງຄົມນິຍົມ” ້ພອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງ ສະມາຄົມພຸດທະສາສະໜາຫວຽດນາມ, ຕອບສະໜອງ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ບັ້ນຂົນຂວາຍຕ່າງໆ, ຍູ້ແຮງບັນດາການເຄື່ອນໄຫວໜູນຊ່ວຍຊີວິດສັງຄົມ.