ການນຳສປປ.ເກົາຫຼີ ອອກຄຳສັ່ງຜະລິດອາວຸດປ້ອງກັນອາກາດເປັນຈຳນວນຫຼາຍ

(VOVWORLD) -ວັນທີ 28 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, ຫວ່າງແລ້ວນີ້, ການນຳ Kim Jong un ໄດ້ໄປສຳຫຼວດເຫດຍິງທົດລອງລະບົບປ້ອງກັນອາກາດມີການແນະທາງ ແລະ ອອກຄຳສັ່ງຜະລິດເປັນຈຳນວນຫຼາຍ ກໍຄືຜັນຈະຫຍາຍອາວຸດປະເພດໃໝ່ນີ້.
ການນຳສປປ.ເກົາຫຼີ ອອກຄຳສັ່ງຜະລິດອາວຸດປ້ອງກັນອາກາດເປັນຈຳນວນຫຼາຍ - ảnh 1(ພາບປະກອບ: YONHAP/TTXVN)

ສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ ໃຫ້ຮູ້ວ່າ, KCNA ພຽງເວົ້າວ່າ ທ່ານ Kim Jong un ໄດ້ເຫັນປະຈັກຕາ “ເຫດຍິງທົດລອງ” ດັ່ງກ່າວຂອງວິທະຍາຄານວິທະຍາສາດປ້ອງກັນປະເທດໄດ້ປະສົບຜົນສຳເລັດ, ແຕ່ບໍ່ຊີ້ແຈ້ງຈຸດເວລາ ແລະ ສະຖານທີ່ຍິງທົດລອງ. ນອກນັ້ນ, ທ່ານ Kim Jong un ຍັງເນັ້ນວ່າ, ພຽງຢາງ ກໍ່ຕ້ອງເດີນຕາມການພັດທະນາລະບົບອາວຸດປ້ອງກັນອາກາດມີການແນະທາງລຸກຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ