ການນຳຫວຽດນາມແລະຝລັ່ງເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືທີ່ສຳຄັນຫຼາຍຢ່າງ

(VOVWORLD) -ເນື່ອງໃນໂອກາດຢ້ຽມຢາມ ສ.ຝລັ່ງ ຂອງ ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ວັນທີ 27 ມີນາ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ  ຫວຽດນາມ ແລະ ຝລັ່ງ.

ການນຳຫວຽດນາມແລະຝລັ່ງເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືທີ່ສຳຄັນຫຼາຍຢ່າງ - ảnh 1 ການນຳຫວຽດນາມແລະຝລັ່ງເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືທີ່ສຳຄັນຫຼາຍຢ່າງ

(ພາບ: TTXVN)

ຕາມຖະແຫຼງການຮ່ວມ, 2 ຝ່າຍໄດ້ຊົມເຊີຍການພັດທະນາຂອງການພົວພັນ 2 ຝ່າຍໃນໄລຍະ 45 ປີຜ່ານມາ, ເນັ້ນໜັກເຖິງຄວາມປາດຖະໜາໃນການພັດທະນາ ແລະ ເຮັດໃຫ້ທຸກຂົງເຂດຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ລົງນາມໃນປີ 2013 ລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃຫ້ເລິກເຊິ່ງກວ່າເກົ່າ. 2 ຝ່າຍໄດ້ຢັ້ງຢືນຄືນເຖິງຄວາມຕັດສິນໃຈເລື່ອງເພີ່ມທະວີການຮ່ວມມືໃນທຸກຂົງເຂດ ຄື: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ການນຳ ຫວຽດນາມ ແລະ ຝລັ່ງ ກໍຢັ້ງຢືນຄືນເຖິງການຖືເປັນສຳຄັນ ກົດບັດ ສປຊ ແລະ ໃຫ້ຄຳໝັ້ນສັນຍາເຄົາລົບເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ ແລະ ກັນ. 2 ຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ ແລະ ການປົກປ້ອງສິດທິມະນຸດ ແລະ ບັນດາສິດເສລີທີ່ເໝາະສົມກັບຈຸດປະສົງ ແລະ ຫຼັກການຂອງກົດບັດ ສປຊ ແລະ ເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ ເຊິ່ງ 2 ຝ່າຍໄດ້ເຂົ້າຮ່ວມລົງນາມ ໂດຍພື້ນຖານເພື່ອການພັດທະນາຂອງແຕ່ລະປະເທດ.

ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບ ເອີລົບ (EU), 2 ຝ່າຍຢັ້ງຢືນວ່າ ຈະສະໜັບສະໜູນບັນດາຄວາມມານະພະຍາຍາມມຸ່ງໄປເຖິງເລື່ອງຍົກລະດັບການພົວພັນ ອາຊຽນ - EU ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ສົ່ງເສີມການເຂົ້າຮ່ວມທີ່ນັບມື້ນັບຕັ້ງໜ້າຂອງ ສະຫະພາບ ເອີລົບ (EU) ໃນໂຄງສ້າງຍຸດທະສາດ ໂດຍ ອາຊຽນ ສວມບົດບາດເປັນເຈົ້າພາທາງ.

2 ຝ່າຍເປັນເອກະພາບເພີ່ມທະວີການພົວພັນຄູ່ຮ່ວມມື ຫວຽດນາມ - EU ໃນບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ, ລວມທັງໃນຂົງເຂດປ້ອງກັນຄວາມສະຫງົບທາງທະເລ. ການນຳ 2 ຝ່າຍ ກໍເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເຄົາລົບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ກໍຄືການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ. 2 ຝ່າຍ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທາງທະເລ ແລະ ທາງອາກາດຢູ່ທຸກເຂດທະເລ ແລະ ມະຫາສະໝຸດ, ເຄົາລົບບັນດາຫຼັກການຂອງກົດໝາຍສາກົນ; ພ້ອມທັງສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ແລະ ຈີນ ເພື່ອແນໃສ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີລັກສະນະແທດຈິງ ແລະ ເໝາະສົມກັບກົດໝາຍສາກົນ ໂດຍໄວ.

ແລະ ກໍຕາມຖະແຫຼງການຮ່ວມ, ຫວຽດນາມ ແລະ ຝລັ່ງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກສຶກສາໄປຮ່ຳຮຽນຢູ່ 2 ປະເທດ. ການນຳ 2 ຝ່າຍ ກໍຢັ້ງຢືນວ່າ ໄດ້ຖືການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແມ່ນເສົາຄ້ຳຂອງການຮ່ວມມື 2 ຝ່າຍ, ປະກອບສ່ວນເພີ່ມທະວີການຮ່ວມສຳພັນ ແລະ ຄວາມສາມັກຄີລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.

2 ຝ່າຍເຊື່ອໝັ້ນວ່າ ການໄປຢ້ຽມຢາມຝລັ່ງ ຂອງ ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໃນຄັ້ງນີ້ ຈະເປັນຂີດໝາຍຂອງໄລຍະໃໝ່ໃນເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ