ການນຳຫຼາຍປະເທດໄປຈີນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2

ການນຳຫຼາຍປະເທດໄປຈີນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2 - ảnh 1
ການນຳຫຼາຍປະເທດໄປຈີນເນື່ອງໃນໂອກາດ
ສະເຫຼີມສະຫຼອງ 70 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2
(ພາບ: AFP/TTXVN)


(vovworld) – ວັນ​ທີ 31/08, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜິງ ​ໄດ້​ມີ​ບັນດາ​ການ​ພົບ​ປະ​ເຈລະຈາສະ​ເພາະ​ກັບ​​ການ​ນຳ​ຫຼາຍ​ປະ​ເທດ ເນື່ອງ​​ໃນ​ໂອກາດ​ການ​ນຳ​ບັນດາ​ປະ​ເທດ​ນີ້​ມາ ປັກ​ກິ​ງ ​ເພື່ອ​ເຂົ້າ​ຮ່ວມພິທີສະ​ເຫຼີມສະຫຼອງ70​ປີ​ແຫ່ງ​ວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

        ທີ່​ການ​​ເຈລະຈາກັບ​ທ່ານ​ປະທານ​ປະ​ເທດລາວ ຈູມ​ມາລີ ​ໄຊຍະ​ສອນ, ທ່ານ​ປະທານ​ປະ​ເທດ ສີ​ຈີນ​ຜິງ ຢືນຢັນ​ວ່າ, ການ​ພົວພັນ​ລະຫວ່າງ 2 ປ​ະ​ເທດ ​ແລະ 2 ລັດ ຫາ​ກໍ​ກ້າວ​ເຂົ້າສູ່​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ. ທ່ານ​ປະທານ​ປະ​ເທດ ສີ​ຈີນ​ຜິງ ຢືນຢັນ​ວ່າ, ຈີ​ນ ພ້ອມ​ແລ້​ວທີ່​ຈະ​ຮ່ວມ​ມື​ກັບ​ລາວ ​ເພື່ອ​ແນ​ໃສ່​ຊຸກຍູ​້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ. ສ່ວນ​ທ່ານປະທານ​ປະ​ເທດລາວ ຈູມ​ມາລີ ​ໄຊຍະ​ສອນ ​ໃຫ້​ຮູ້​ວ່າ ນະຄອນຫຼວງ​ວຽງ​ຈັນ ປາດ​ຖະໜາ​ຢາກ​ຮັກ​ສາ​ບັນດາ​ການ​ພົບ​ປະ​ຄັ້ນ​ສູງ​ກັບ​ປັກ​ກິ​ງ ​ເປັນ​ປະຈຳ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

        ທີ່​ການ​ເຈ​ລະ​ຈາກັບພະ​ບາດ​ສົມ​ເດັດ​ພະ​ມະຫາ​ກະສັດ​ກຳປູ​ເຈຍ Norodom Sihamoni, ທ່ານປະທານ​ປະ​ເທດ ສີ​ຈີນ​ຜິງ ຢືນຢັນ​ວ່າ ປັກ​ກິ​ງພ້ອມ​ແລ້ວ​ທີ່​ຈະ​ຮັກສາ​ບັນດາ​ການ​ພົບ​ປະ​ຂັ້ນສູງ​ດ້ວຍ​ຫຼາຍ​ຮູບ​ແບບ​​ແຕກ​ຕ່າງ​ກັນ, ກໍ​ຄື​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຕົນ​ຕໍ່​ກັບ​ ພະນົມ​ເປັນ.

ນອກ​ຈາກ​ນັ້ນ, ທ່ານປະທານ​ປະ​ເທດ ສີ​ຈີນ​ຜິງ ຍັງ​ມີ​ການພົບ​ປະ​​ເຈ​ລະ​ຈາກັບປະທານາ​ທິບໍດີ​ກາຣັກສຖານ ​ແລະ ​ປະທານາທິບໍດີ​​​​ເຊັກ​ເບຍ ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ