(ທ່ານປະທານາທິບໍດີອີຢີບ Mohamed Morsi)
(vovworld) - ວັນທີ 05/02, ທ່ານປະທານາທິບໍດີອີຢີບ Mohamed Morsi ໄດ້ມີການເຈລະຈາຢູ່ນະຄອນຫຼວງ ກາຍໂຣ ກັບທ່ານປະທານາທິບໍດີອີຣານ Ahmadinejad ທີ່ພວມຢູ່ຢ້ຽມຢາມປະເທດນີ້, ເພື່ອປຶກສາຫາລືບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງວິກິດການຢູ່ຊີຣີ. ທີ່ການເຈລະຈາ, ການນຳ 2 ປະເທດໄດ້ປຶກສາຫາລືກ່ຽວກັບສະພາບການພັດທະນາລວມຂອງພາກພື້ນ ແລະ ມາດຕະການແກ້ໄຂຕ່າງໆເພື່ອຢຸດຕິການປະທະກັນທີ່ນອງເລືອດຢູ່ຊີຣີ ໃນໄລຍະເກືອບ 2 ປີຜ່ານມາ ແຕ່ບໍ່ຕ້ອງນຳໃຊ້ບັນດາມາດຕະການແຊກແຊງດ້ານການທະຫານ. ປະທານາທິບໍດີ 2 ທ່ານ ກໍປຶກສາຫາລືທິດທາງຊຸກຍູ້ການພົວພັນ 2 ຝ່າຍ. ທ່ານປະທານາທິບໍດີ Ahmadinejad ຢືນຢັນວ່າ ຈະມານະພະຍາຍາມສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືພັດທະນາລະຫວ່າງອີຣານ ແລະ ອີຢີບ.