ການນຳອາເມລິກາ,ອັງກິດໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານການກໍ່ການຮ້າຍ

ການນຳອາເມລິກາ,ອັງກິດໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານການກໍ່ການຮ້າຍ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B Obama ແລະ​ນາຍ​ົກ
​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron
ພາບ:baomoi.com

(vovworld)-  ​ໃນ​ການ​ເຈ​ລະ​ຈາ​ເມື່ອ​ວັນ​ທີ 16/1 ຢູ່ ອາ​ເມ​ລິ​ກາ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B Obama ແລະ​ນາຍ​ົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ໄດ້​ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ຕ້ານ​ການກໍ່​ການ​ຮ້າຍ, ວິ​ກິດ​ການ​ຢູ່ ຢູ​ແກຼນ, ການ​ຕໍ່​ສູ້​ຕ້ານ​ອົງ​ການ ລັດ​ອິດ​ສະ​ລາມ IS ຢູ່ ອີ​ຣັກ​ແລະ ຊີ​ຣີ ແລະ ສະ​ພາບ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ. ທ່ານ​ປະ​ທ​າ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B Obama ຮຽ​ກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ ກັບ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ດ້ານ​ຫນຶ່ງ​ເພື່ອ​ຄົ້ນ​ພົບ​ບັນ​ດາ​ກົນ​ອຸ​ບາຍ​ກໍ່​ການ​ຮ້າຍ, ດ້ານ​ຫນຶ່ງບໍ່ລ່ວງ​ລ້ຳ​ສິດ​ສ​່ວນຕົວ​ຂອງ​ປະ​ຊາ​ຊົນ. ​ສ່ວນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໝັ້ນ​ໝາຍ ຮັກ​ສາ​ການ​ພົວ​ພັນສຳ​ພັນ​ທະ​ມິດ​ກັບ ອາ​ເມ​ລິ​ກາ  ແລະ ໃຫ້​ຮູ້​ວ່າ ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ດັບ​ສູນ ອົງ​ການ​ອິ​ດ​ສະ​ລາມ ຫົວ​ຮຸນ​ແຮງ IS ຢູ່ ອີ​ຣັກ ແລະ ຊີ​ຣີ.

ຂ່າວ/ບົດ​ອື່ນ