ການນຳເຂດເສດຖະກິດຈຸດສຸມຄວນສະເໜີບັນດາມາດຕະການແກ້ໄຂບຸກທະລຸໃນການຮ່ວມສຳພັນ, ເຊື່ອມຕໍ່ລະຫວ່າງເຂດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ທາງພາກກາງມີທີ່ຕັ້ງຍຸດທະສາດສຳລັບສຳຄັນ, ມີບັນດານັກລົງທຶນທີ່ມີຄວາມສາມາດບົມຊ້ອນພວມລໍຖ້າ

ການນຳເຂດເສດຖະກິດຈຸດສຸມຄວນສະເໜີບັນດາມາດຕະການແກ້ໄຂບຸກທະລຸໃນການຮ່ວມສຳພັນ, ເຊື່ອມຕໍ່ລະຫວ່າງເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງບັນດາແຂວງ, ນະຄອນເຂດເສດຖະກິດຈຸດສຸມທາງພາກກາງ ແລະ ເຂດໄຕງວຽນ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ພິເສດແມ່ນບັນຫາປ່ອຍເງິນລົງທຶນພາກລັດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ທາງພາກກາງມີທີ່ຕັ້ງຍຸດທະສາດສຳລັບສຳຄັນ, ມີບັນດານັກລົງທຶນທີ່ມີຄວາມສາມາດບົມຊ້ອນພວມລໍຖ້າ, ພວມມີຫຼາຍໂຄງການພວມລໍຖ້າແກ້ໄຂ ແລະ ຜັນຂະຫຍາຍ. ຕໍ່ໜ້າສະພາບການຢູ່ບັນດາແຂວງທາງພາກກາງ, ເຂດ ໄຕງວຽນ ມີລະດັບປ່ອຍເງິນລົງທຶນຕ່ຳທີ່ສຸດນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ.

        “ສະພາແຫ່ງຊາດໄດ້ມອບສິດໃຫ້ນາຍົກລັດຖະມົນຕີ ແກ້ໄຂບັນດາບັນຫາທີ່ໄດ້ວາງອອກ. ທາງພາກກາງກໍ່ຕ້ອງປະຕິບັດໃຫ້ເປັນຢ່າງດີກວ່າ. ຄຳຖາມທີ່ໄດ້ວາງອອກນັ້ນແມ່ນ, ບັນດາຫົວໜ້າພະແນກ, ຜູ້ປະຈຳການ, ຄະນະກຳມະການເຮັດແນວໃດເພື່ອແກ້ໄຂບັນຫາເຄັ່ງຮ້ອນນີ້ໄດ້”.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນປຶກສາຫາລືກ່ຽວກັບການພັດທະນາການທ່ອງທ່ຽວພາຍໃນປະເທດ, ພັດທະນາບັນດາຮູບແບບໃໝ່, ຊຸກຍູ້ການຫັນເປັນດີຈີຕອນ, ປະຕິຮູບລະບຽບການບໍລິຫານ. ສຳລັບວິສາຫະກິດ, ບັນດາທະນາຄານການຄ້າ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ປະກອບບັນດາມາດຕະການແກ້ໄຂໃຫ້ແກ່ການພັດທະນາຂອງເຂດພາກກາງ ແລະ ເຂດໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ