ການນຳແຂວງອານຢາງຢ້ຽມຢາມ,ອວຍພອນວັນເກີດພະຄາດີນັນພຸດທະສາສະໜາຮ່ວາຫາວ
ການນຳແຂວງອານຢາງຢ້ຽມຢາມ, ອວຍພອນວັນເກີດ
ພະຄາດີນັນພຸດທະສາສະໜາຮ່ວາຫາວ
(ພາບ: baoangiang)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນຄ້າຍວັນເກີິດພະຄາດີນັນ ພຸດທະສາສະໜາຮ່ວາຫາວ ດຶກຮວີ່ນ, ໃນລະຫວ່າງວັນທີ 31/12/2015 – 02/01/2016, ບັນດາຜູ້ແທນທີ່ຕາງໜ້າອຳນາດການປົກຄອງ, ແນວໂຮມປະເທດຊາດແຂວງ ອານຢາງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນຄະນະບໍລິການງານສູນກາງສະມາຄົມພຸດທະສາສະໜາຮ່ວາຫາວ, ຄະນະຜູ້ຕາງໜ້າພຸດທະສາສະໜາຮ່ວາຫາວ ແຂວງອາຢາງ ແລະ ບຸກຄົນທີ່ດີເດັ່ນ. ຜູ້ຕາງໜ້າການນຳແຂວງອາຢາງ ປາດຖະໜາວ່າ, ບັນດາຜູ້ທີ່ມີຍົດຖາບັນດາສັກ ແລະ ສາສະນິກະຊົນພຸດທະສາສະໜາຮ່ວາຫາວ ທັງໝົດ ສືບຕໍ່ເສີມຂະຫຍາຍຄວາມສາມັກຄີ, ກໍ່ສ້າງບ້ານເກີດເມືອງນອນ, ສືບຕໍ່ການເຄື່ອນໄຫວກຸສົນທີ່ບັນລຸໄດ້ໃນປີ 2015, ຮັກສາສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພໃນສັງຄົມ, ຍູ້ແຮງການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ປະກອບສ່ວນກໍ່ສ້າງຊົນນະຍົດໃໝ່ຢູ່ແຂວງອາຢາງ, ປະກອບສ່ວນຢ່າງຕັ້ງນ້າໃຫ້ແກ່ການພັດທະນາຂອງແຂວງ.