ການບຸກໂຈມຕີກໍ່ການຮ້າຍຂອງ AL Qeada ເຮັດໃຫ້ຕຳຫຼວດຂອງອີຣັກ 26 ຄົນຖືກເສຍຊີວິດ

ການບຸກໂຈມຕີກໍ່ການຮ້າຍຂອງ AL Qeada ເຮັດໃຫ້ຕຳຫຼວດຂອງອີຣັກ 26 ຄົນຖືກເສຍຊີວິດ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 5/3, ຢ່າງ​ໜ້ອຍ​ສຸດ​ກໍ່ມີ​ຕຳ​ຫຼວດອີຣັກ 26 ຄົນ​ຖືກ​ເສຍ​ຊີວິດ​ເມື່ອ​ມື​ປືນນັບ 10 ຄົນ ຂຶ້ນ​ກັບ​ກຸ່ມກໍ່​ການ​ຮ້າຍ AL Qeada ບຸກ​ໂຈມ​ຕີ​​ເຂົ້າ​ໃສ່​ປ້ອມ​ກວດກາ ​ແລະ ​ເຮືອນ​ສ່ວນ​ຕົວ​ຂອງ​ເຈົ້າ​ໜ້າ​ທີ​ບາງ​ທ່ານຢູ່​ນະຄອນ Haditha ຂຶ້ນ​ກັບ​ແຂວງ Anbar, ທາງທິດຕາ​ເວັນ​ຕົກອີຣັກ. ​ໂຄສົກຂອງ​ອົງການ​ຕຳຫຼວດ​ນະຄອນ Haditha ​ໃຫ້​ຮູ້​ວ່າ ​ໄດ້​ພົບ​ເຫັນ​ບັນດາ​ເອກະສານ​ຂອງ AL Qeada ​ໃນ​ລົດ​ໂອ​ໂຕ​​ຄັນ​ໜື່ງຂອງ​ທະຫານ​ທີ່ປະ​ໄວ້​ຢູ່ບໍລິ​ເວນ​ເກີດ​ເຫດ ພ້ອມ​ກັນ​ນັ້ນ​ໄດ້​ຖະ​ແຫຼງວ່າ AL Qeada ຕ້ອງ​ຮັບຜິດຊອບ​ຕໍ່​ເຫດ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ກົດ​ໄອ​ຍະ​ການ​ເສິກຖືກ​ປະກາດ, ​​ໃນ​ຂະນະ​ທີ່​ຕຳຫຼວດ​ພວມ​ດຳ​ເນີນ​ການສືບສວນ​ເຫດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ