ການບຸກໂຈມຕີກໍ່ການຮ້າຍຢູ່ພາກໃຕ້ໄທເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
ການບຸກໂຈມຕີກໍ່ການຮ້າຍຢູ່ພາກໃຕ້ໄທ
ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
(ພາບ: AFP)
(vovworld) - ການບຸກໂຈມຕີກໍ່ການຮ້າຍຄັ້ງຕ່າງໆທີ່ເກີດຂຶ້ນຢູ່ພາກໃຕ້ໄທ ໃນວັນທີ 10/7 ເຮັດໃຫ້ 7 ຄົນເສຍຊີວິດ ແລະ 10 ກວ່າຄົນຮັບບາດເຈັບ. ຕຳຫຼວດໄທ ໃຫ້ຮູ້ວ່າ, ມີ 3 ຄົນເສຍຊີວິດ ແລະ 4 ຄົນໄດ້ຮັບບາດເຈບໃນເຫດວາງລະເບີດລົດຈັກຢູ່ເມືອງ Sadao, ແຂວງ Songkhla ທາງພາກໃຕ້ໄທ.ໃນວັນດຽວກັນ, ຢູ່ Narathiwat ໃຕ້ ກໍ່ເກີດເຫດວາງລະເບີດ 2 ຄັ້ງ, ເຮັດໃຫ້ 8 ຄົນຮັບບາດເຈັບ. ຢູ່ພາກໃຕ້ໄທ ມີກຸ່ມແຍກຕົວອອກກຸ່ມໜຶ່ງພວມເຄື່ອນໄຫວ, ເພື່ອທວງເອົາສ້າງຕັ້ງລັດອິດສະລາມສະເພາະ.