ການບຸກໂຈມຕີແບບສະຫຼະຊີບແນ່ໃສ່ ສະຖານທູດອາເມລິກາ ປະຈຳປາກີສະຖານ
ລົດຂອງກົງສູນອາເມລິກາ ປະຈຳປາກີສະຖານ ຖືກບຸກໂຈມຕີ
(ພາບ: tuoitre.vn)
( vovworld ) – ຕອນເຊົ້າວັນທີ 3/9 ຕາມເວລາທ້ອງຖິ່ນ, ມີຜູ້ວາງລະເບີດສະຫຼະຊີບຜູ້ 1 ໄດ້ບຸກໂຈມຕີລົດຂອງກົງສູນອາເມລິກາ ປະຈຳ Pesaoa ປະເທດປາກີສະຖານ ຊື່ງເຮັດໃຫ້ 4 ຄົນເສຍຊີວິດ. ນີ້ແມ່ນການບຸກໂຈມຕີນອງເລືອດທີ່ສຸດແນ່ໃສ່ພົນລະເມືອງອາເມລິກາ ຢູ່ປາກີສະຖານໃນ 2 ປີຜ່ານມາ. ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ບໍ່ມີພາລະກອນໃນກົງສູນອາເມລິກາ ຜູ້ໃດຖືກເສຍຊີວິດ ແຕ່ເຈົ້າໜ້າທີ່ລັດຖະບານປາກີສະຖານ ທີ່ໜື່ງໄດ້ຢືນຢັນວ່າ ມີຊາວອາເມລິກາ 2 ຄົນເສຍຊີວິດ. ເຫດການດັ່ງກ່າວກໍ່ໄດ້ເຮັດໃຫ້ 19 ຄົນຖືກບາດເຈັບ.
ປະຈຸບັນ, ບໍ່ທັນມີອົງການໃດກ່າວຮັບຜິດຊອບກ່ຽວກັບເຫດການບຸກໂຈມຕີດັ່ງກ່າວເທື່ອ ແຕ່ນີ້ແມ່ນເທື່ອທີ 3 ນັບແຕ່ເດືອນ 4/2010, ກົງສູນອາເມລິກາ ປະຈຳ Pesaoa ແມ່ນເປົ້າໝາຍບຸກໂຈມຕີຂອງພວກທະຫານກະບົດທີ່ມີການພົວພັນກັບເຄື່ອຂ່າຍ Al Qaeda ແລະ Taliban.