ການປ່ອຍທຶນ FDI ໃນ 7 ເດືອນຕົ້ນປີເພີ່ມຂຶ້ນ
(ພາບປະກອບ)
(vovworld) – ມີຈຳນວນເງິນ 7,4 ຕື້ USD ໄດ້ປ່ອຍໃນ 7 ເດືອນຕົ້ນປີ 2015, ເທົ່າກັບ 109,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014. ນີ້ແມ່ນຕົວເລກ ເຊິ່ງກົມລົງທຶນຕ່າງປະເທດ, ສັງກັດກະຊວງແຜນການ ແລະ ການລົງທຶນຫາກໍປະກາດ ກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນ 7 ເດືອນຕົ້ນປີ 2015. ຕາມນັ້ນແລ້ວ, ດ້ວຍທຶນປະຕິບັດພວມຮັກສາລະດັບສະຖຽນລະພາບ ດ້ວຍ 1,1 ຕື້ USD ໃນເດືອນ 07/2015. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທຶນຈົດທະບຽນໃນເດືອນ 07 ກໍເພີ່ມຂຶ້ນສູງພໍສົມຄວນເມື່ອທຽບໃສ່ 3 ເດືອນກ່ອນ. ມີ 3 ຂະແໜງນຳໜ້າໃນການດຶງດູດທຶນ FDI ແມ່ນອຸດສາຫະກຳປຸງແຕ່ງ, ການປະດິດສ້າງ, ການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ຂາຍຍ່ອຍ, ສ້ອມແປງ ກວມ 3,5 ຕື້ USD.