ການປະຊຸມຂ່າວນັດ ສາມັນຂອງກະຊວງ ການຕ່າງປະເທດ
ທ່ານນາງຮອງໂຄສົກກະຊວງການຕ່າງປະເທດຫວຽດນາມຟ້າມທູຮັ່ງ
(ພາບ: vov.vn)
(vovworld)– ໃນການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຈັດຂຶ້ນໃນຕອນບ່າຍວັນທີ 18/12 ຢູ່ຮ່າໂນ້ຍ, ທ່ານນາງຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດກ່ຽວກັບການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ ໃນໄລຍະຈະມາເຖິງ ແລະ ຕອບຄຳຖາມຂອງນັກຂ່າວຫວຽດນາມ ແລະ ຕ່າງປະເທດ ກ່ຽວກັບບັນດາບັນຫາທີ່ວົງການນັກຂ່າວສົນໃຈ. ຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງຫວຍດນາມ ກ່ຽວກັບເລື່ອງວັນທີ 17/12, ອາເມລິກາ ແລະ ກູບາ ປະກາດຈະສ້າງການພົວພັນເປັນປົກກະຕິ, ທ່ານນາງຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຊົມເຊີຍເລື່ອງປະທານກູບາ Raul Castro ແລະ ປະທານາທິບໍດີອາເມລິກາ Barack Obama ປະກາດຈະເຊື່ອມຕໍ່ການພົວພັນການທາງທູດຄືນໃໝ່ພາຍຫຼັງຖືກຢຸດສະງັກເປັນເວລາ 53 ປີ. ຫວຽດນາມ ເຊື່ອໝັ້ນວ່າ, ບັນດາຖະແຫຼງການທີ່ມີລັກສະນະປະຫວັດສາດນີ້ ຈະແມ່ນການເປີດສາກໃຫ້ແກ່ການມຸ່ງໄປເຖິງການສ້າງການພົວພັນລະຫວ່າງສອງປະເທດເປັນປົກກະຕິ, ນຳມາເຊິ່ງຜົນປະໂຫຍດອັນສອບທຳໃຫ້ແກ່ ປຊຊ ອາເມລິກາ ແລະ ກູບາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການເພີ່ມທະວີການຮ່ວມມືຢູ່ທະວີບອາເມລິກາ ແລະ ໃນໂລກ./.