ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງີ້
ພາບ: internet
|
vovworld)- ວັນທີ 5/9 ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງການປະຊຸມຂ່າວປະຈຳເດືອນ ເພ່ືອປະກາດບາງການເຄື່ອນໄຫວພົວພັນຕ່າງປະເທດຂອງການນຳລັດ ແລະ ລັດຖະບານຫວຽດນາມ ໃນເດືອນ 9/2013. ກ່ຽວກັບບັນຫາ ຊີຣີ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງີ້ ໃຫ້ຮູ້ວ່າ:
“ປະຈຸບັນ ບໍ່ມີຄົນງານຫວຽດນາມ ເຮັດວຽກຢູ່ ຊີຣີ ຕາມນະໂຍບາຍຂອງລັດ. ຕາມຂ່າວຄາວທີ່ພວກຂ້າພະເຈົ້າໄດ້ຮັບ, ສະຖານທູດຫວຽດນາມ ຢູ່ ຕວກກີ ຮັບຜິດຊອບບັນຫາຊີຣີ ພວມເຮັດລະບຽບການສົ່ງພົນລະເມືອງ ຫວຽດນາມ 3 ຄົນທີ່ພວມໄປທ່ອງທ່ຽວຢູ່ຊີຣີ ກັບຄືນເມືອປະເທດ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຈົ່ງລະງັບໃຈ, ຊອກຫາມາດຕະການສັນຕິພາບບົນພື້ນຖານເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.”