(vovworld) - ຕາມຂ່າວຈາກການປະຊຸມຂ່າວສາກົນໃນຕອນບ່າຍວັນທີ 27/11, ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ, ກອງປະຊຸມສະໄໝສາມັນເທື່ອທີ10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ບັນລຸຜົນສຳເລັດຢ່າງຈົບງາມ. ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 16 ສະບັບ, ມະຕິ 15 ສະບັບ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 10 ສະບັບ. ສະພາແຫ່ງຊາດກໍຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ 2016. ສະພາແຫ່ງຊາດໄດ້ເຫັນດີເລື່ອງຈັດຕັ້ງບັນດາໂຄງການຈຸດໝາຍແຫ່ງຊາດຄືນໃໝ່ ແລະ ຕົກລົງໃນໄລຍະ 2016 – 2020 ພຽງລົງທຶນ 2 ໂຄງການ, ລວມມີໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ກໍທີ່ກອງປະຊຸມ, ເປັນຄັ້ງທຳອິດສະພາແຫ່ງຊາດໄດ້ຊັກຖາມກ່ຽວກັບການເຄື່ອນໄຫວຂອງລັດຖະບານໃນຕະຫຼອດອາຍຸການ, ດ້ວຍຄຳຊັກຖາມ 140 ຂໍ້ຂອງສະມາຊິກສະພາແຫ່ງຊາດຝາກເຖິງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງ. ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ, ເນັ້ນໜັກວ່າ.
“ໃນກອງປະຊຸມຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດໄດ້ກ່າວຄຳເຫັນຫຼາຍຢ່າງກ່ຽວກັບບັນດາມາດຕະການຈຳກັດການລົງທຶນຂອງລັດ, ຫຼຸດຜ່ອນການລົງທຶນຂອງລັດ ເພື່ອຮັບປະກັນຄວາມປອດໄພດ້ານການເງິນຂອງພວກເຮົາ. ສະພາແຫ່ງຊາດໄດ້ມີຂໍ້ລິເລີ່ມຫຼຸດຜ່ອນການລົງທຶນຂອງລັດເພື່ອເພີ່ມເງິນເດືອນຕື່ມ 5%. ນີ້ກໍແມ່ນການປະຕິບັດການປະຢັດ, ຕ້ານການຟູມເຟືອຍ.”