ການປະຕິວັດອຸດສາຫະກຳຄັ້ງທີ 4 - ຫົວຂໍ້ຂອງເວທີປາໄສ Davos 2016

ການປະຕິວັດອຸດສາຫະກຳຄັ້ງທີ 4 - ຫົວຂໍ້ຂອງເວທີປາໄສ Davos 2016 - ảnh 1
ທ່ານ​ປະ​ທານ​ເວ​ທ​ີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) Klaus Schwab
(ພາບ​ປະ​ກອບ: AFP/TTXVN)

(vovworld) –​  ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳຄັ້ງ​ທີ 4 ຈະ​ແມ່ນຫົວ​ຂໍ້​ຕົ້ນ​ຕໍ່ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ປະ​ຈຳ​ປີ​ຄັ້ງ​ທີ 46 (ເວ​ທີ​ປາ​ໄສ Davos 2016) ເຊິ່ງ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 20 – 23/01 ຢູ່ Davos, ປະ​ເທດ​ສະ​ວິດ. ​ ເຂົ້າ​ຮ່ວມ ເວ​ທີ​ປາ​ໄສ Davos 2016 ຄາດ​ວ່າ​ຈະ​ມ​ີ​ຜ​ູ​້​ແທນກວ່າ 2.500 ຄ​ົນ​ທີ່​ມາ​ຈາກ 100 ປະ​ເທດ, ເຊິ່ງ​ແມ່ນ​ຜູ້​ຕາງ​ໜ​້າ​ລັດ​ຖະ​ບານ, ກຸ່ມ​ບໍ​ລະ​ສັດ, ສະ​ຖາ​ບັນ​ຄົ້ນ​ຄວ້າ, ສັງ​ຄົມ​ພົນ​ລະ​ເມືອງ… ນີ້​ແມ່ນ​ຂໍ້​ມູນ​ເຊິ່ງ​ທ່ານ​ປະ​ທານ​ເວ​ທ​ີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) Klaus Schwab ປະ​ກາດ​ໃນ​ການ​ປະ​ຊຸມ​ຂ່າວ ໃນ​ວັນ​ທີ 13/01 ທີ່ສຳ​ນັກ​ງານ​ຂອງ WEF ​ຢູ່ເຊ​ີ​ແນວ, ປະ​ເທດ​ສະ​ວິດ.

ຂ່າວ/ບົດ​ອື່ນ