ການປະຕິວັດເດືອນ 10 ລັດເຊຍມີຄວາມໝາຍຍິ່ງໃຫຍ່ແລະເລິກເຊິ່ງ
ພາບປະກອບ:baomoi.com
|
(vovworld)- ວັນທີ 7/11, ປະຊາຊົນຫວຽດນາມ, ປະຊາຊົນລັດເຊຍ ພ້ອມກັບບັນດາຜູ້ຮັກຫອມສັນຕິພາບໃນໂລກ ພ້ອມກັນຈັດຕັ້ງສະເຫລີມສະຫລອງ 96 ປີແຫ່ງວັນປະຕິວັດເດືອນ 10 ລັດເຊຍ ອັນຍິ່ງໃຫຍ່(7/11/1917-7/11/2013). ເນື່ອງໃນເຫດການນີ້, ບັນດາຫນັງສືພິມສຳຄັນຂອງຫວຽດນາມ ສະບັບອອກວັນທີ 7/11 ລ້ວນແຕ່ລົງພິມຮູບຂອງທ່ານ V.I. Lenin ການນຳປະຕິວັດເດືອນ 10 ແລະ ຂ່າວ, ບົດຕ່າງໆ. ໃນນັ້ນ ຫນັງສືພິມ ເຍີນເຢີນ, ສຽງຂອງພັກກອມມູນິດຫວຽດນາມ ໄດ້ຄັດສະເຫນີຄຳເວົ້າຂອງທ່ານປະທານໂຮ່ຈິມີນທີ່ວ່າ: ໃນປະຫວັດສາດຂອງມວນມະນຸດ ບໍ່ທັນມີການປະຕິວັດໃດມີຄວາມໝາຍຍິ່ງໃຫຍ່ ແລະ ເລິກເຊິ່ງຄືການປະຕິວັດເດືອນ 10 ລັດເຊຍ. ສ່ວນຫນັງສືພິມ ກວນໂດ້ຍເຍີນເຢີນ, ສຽງຂອງກອງທັບປະຊາຊົນຫວຽດນາມ ໄດ້ລົງພິມບົດເນັ້ນຫນັກວ່າ: ນັບແຕ່ໄຊຊະນະຂອງການປະຕິວັດເດືອນ 10, ປະຫວັດສາດຂອງມວນມະນຸດໄດ້ກ້າວໄປສູ່ຫນ້າປະຫວັດສາດໃຫມ່ດ້ວຍການຜັນແປຫລາຍຢ່າງທີ່ເລິກເຊິ່ງ.