ກ​ານ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາ​ດ​ສ: ເຂດ​ພາກ​ເໜືອ​ອິດ​ສະ​ລາ​ແອັນ ຖືກ​ Hezbollah ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຢ່າງ​ດຸ​ເດືອດ

(VOVWORLD) - ກອງທັບອິດສະລາແອັນ ໄດ້ໂຕ້ຕອບການບຸກໂຈມຕີດ້ວຍການບຸກໂຈມຕີທາງອາກາດຫຼາຍຄັ້ງ ເລັ່ງໃສ່ບັນດາເປົ້າໝາຍ Hezbollah, ໃນນັ້ນມີຖານຍິງລູກສອນໄຟຢູ່ສອງເຂດ Kounine ແລະ Qabrikha, ຢູ່ທາງທິດໃຕ້ ລີບັງ.

ຕອນບ່າຍວັນທີ 4 ກັນຍາ, ກຳລັງ Hezbollah ຢູ່ລີບັງ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ເຂດພາກເໜືອ ອິດສະລາແອັນ ຢ່າງດຸເດືອດ. ຕາມກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ແລ້ວ, Hezbollah ໄດ້ຍິງລູກສອນໄຟ 65 ລູກມຸ່ງເຂົ້າໃສ່ເຂດ Galilee. ນີ້ໄດ້ຮັບຖືວ່າແມ່ນການບຸກໂຈມຕີດ້ວຍລູກສອນໄຟໃຫຍ່ທີ່ສຸດໃນໄລຍະໜຶ່ງ ອາທິດຜ່ານມາຂອງກຸ່ມປະກອບອາວຸດ ລີບັງ ເຂົ້າໃສ່ ເຂດດິນແດນ ອິດສະລາແອັນ.

ກອງທັບອິດສະລາແອັນ ໄດ້ໂຕ້ຕອບການບຸກໂຈມຕີດ້ວຍການບຸກໂຈມຕີທາງອາກາດຫຼາຍຄັ້ງ ເລັ່ງໃສ່ບັນດາເປົ້າໝາຍ Hezbollah, ໃນນັ້ນມີຖານຍິງລູກສອນໄຟຢູ່ສອງເຂດ Kounine ແລະ Qabrikha, ຢູ່ທາງທິດໃຕ້ ລີບັງ. ໃນຕອນເຊົ້າວັນທີ 4 ກັນຍາ, ເຮືອບິນສູ້ຮົບຂອງອິດສະລາແອັນກໍ່ໄດ້ບຸກໂຈມຕີຢ່າງດຸເດືອດເລັ່ງໃສ່ບັນດາເປົ້າໝາຍ Hezbollah ຢູ່ເຂດ Zibqin, Khiam ແລະ Ayta ash-Shab. 

ຢູ່ເຂດກາຊາ, ໂດຍບໍ່ຫົວຊາຕໍ່ກຳລັງກົດດັນຢ່າງແຮງທັງຢູ່ພາຍໃນປະເທດ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຍັງຮັກສາຫຼັກໝັ້ນຮັກສາສິດການຄວບຄຸມຢູ່ເຂດແບ່ງແຍກລະຫວ່າງ Philadelphi ແລະ ແຫຼມ Sinai ຂອງເອຢິບ. ໃນການຖະແຫຼງຂ່າວຄັ້ງພິເສດຢູ່ Jerusalem ໃນຕອນຄ່ຳວັນທີ 4 ກັນຍາ, ທ່ານນາຍົກລັດຖະມົນຕີ Netanyahu ເນັ້ນໜັກວ່າ: ຕອນໃດທີ່ຍັງບໍ່ທັນມີຄົນປ່ຽນແທນໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງໃຫ້ແກ່ແລວທາງ Philadelphi, ໃນນັ້ນໜ້າທີ່ແຖວໜ້າແມ່ນສະກັດກັ້ນການສະໜອງອາວຸດໃຫ້ແກ່ກຳລັງ ຮາມາດສ, ແມ່ນຕອນນັ້ນ ກອງທັບອິດສະລາແອັນ ຈະຕ້ອງສືບຕໍ່ມີໜ້າຢູ່ແລວທາງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ