ການປະທະກັນດ້ານສາສະໜາປິ້ນຂັ້ນໄດຢູ່ Nigeria
ເຮັດໃຫ້ຫຼາຍຄົນຕ້ອງໜີປະເຮືອນ
(ພາບ:bbc.co.uk)
(VOV)- ວັນທີ 28/10 ໄດ້ກາຍເປັນວັນໃຊ້ຄວາມຮຸນແຮງອັນນອງເລືອດຢູ່ Nigeria ຂະນະທີ່ມີຜູ້ວາງລະເບີດສະຫຼະຊີບຜູ້ໜຶ່ງໄດ້ຂັບລົດເລັ່ງໃສ່ໂບດຄຼິດຢູ່ທາງພາກເໜືອປະເທດນີ້. ເຫດບຸກໂຈມຕີໄດ້ເຮັດໃຫ້ເກີດບັນດາການແກ້ແຄ້ນອັນດຸເດືອດ ແລະ ເຮັດໃຫ້ຜູ້ຊາຍຜູ້ໜຶ່ງຖືກເຜົາຕາຍ. ຄາດວ່າ, ບັນດາການໃຊ້ຄວາມຮຸນແຮງຍ້ອນການປະທະກັນດ້ານສາສະໜາໄດ້ເຮັດໃຫ້ຢ່າງໜ້ອຍສຸດ 10 ຄົນເສຍຊີວິດ ແລະ ອີກ 145 ຄົນຖືກບາດເຈັບໃນວັນທີ 28/10. ພາຍຫຼັງເຫດວາງລະເບີດຢູ່ໂບດ Theresa ຢູ່ນະຄອນ Kaduna, ຊາວຄິຼດຕຽນຫຼາຍຄົນໄດ້ລົງຖະໜົນບຸກໂຈມຕີຊາວມຸດສະລິມ. ທ່ານ Musa Ilalah ຜູ້ປະສານງານຂອງອົງການກ່ຽວກັບສະພາວະສຸກເສີນແຫ່ງຊາດ Nigeria ໃຫ້ຮູ້ວ່າ: ການວາງລະເບີດຢູ່ໂບດໄດ້ເຮັດໃຫ້ເຂດ Malali ຂອງນະຄອນ Kaduna ຊື່ງແມ່ນແຫ່ງໄດ້ເກີດບັນດາການໃຊ້ຄວາມຮຸນແຮງອັນນອງເລືອດໂດຍກຸ່ມອິດຊະລາມຫົວຮຸນແຮງ Boko Harram ກໍ່ຂຶ້ນຖືກສັ່ນສະເທືອນ. ປະຈຸບັນ, ບໍທັນມີອົງການຈັດຕັ້ງໃດກ່າວຮັບຜິດຊອບເປັນຜູ້ດຳເນີນການວາງລະເບີດຢູ່ໂບດແຫ່ງດັ່ງກ່າວ ແຕ່ວິທີນີ້ກໍ່ຄ້າຍຄືກັນກັບບັນດາການບຸກໂຈມຕີກ່ອນນີ້ຂອງ Boko Harram ຊື່ງແມ່ນກຸ່ມໄດ້ເຄື່ອນໄຫວຢູ່ພາກເໜືອ ແລະ ພາກກາງ Nigeria ເປັນຕົ້ນຕໍ.