(vovworld)- ວັນທີ 2/8, ການປະທະກັນເກີດຂຶ້ນລະຫວ່າງບັນດາມືປືນ ແລະ ກຳລັງປ້ອງກັນຄວາມສະຫງົບ ລີບານ ຢູ່ເທດສະບານ Arsal ພາກຕາເວັນອອກຂອງປະເທດນີ້ ໄດ້ເຮັດໃຫ້ 4 ຄົນເສຍຊີວິດ. ການປະທະກັນເກີດຂຶ້ນເມື່ອບັນດາພົນທະຫານ ລີບານ ຈັດຕົວ ຊາວຊີຣີ ຜູ້ຫນຶ່ງ ທີ່ຖືກກ່າວເຕືອນວ່າແມ່ນສະມາຊິກຂອງກຸ່ມ ແນວໂຮມ Al Nusra ມີການພົວພັນຕິດຕໍ່ກັບເຄືອຂ່າຍກໍ່ການຮ້າຍ Al Qaeda ຢູ່ເຂດ Arsal ມໍ່ກັບຊາຍແດນ ຊີຣີ. ຫລັງຈາກນັ້ນ ບັນດາມືປືນໄດ້ປິດລ້ອມບັນດາປ້ອມກວດກາຂອງທະຫານທ້ອງຖິ່ນ. ຕາມສຳນັກຂ່າວສານແຫ່ງຊາດ ລີບານ (NNA) ແລ້ວ, ໄດ້ເກີດການປະທະກັນລະຫວ່າງບັນດາມືປືນ ແລະ ພົນທະຫານ ລີບານ. ປະຈຸບັນ ກອງທັບ ລີບານ ໄດ້ສົ່ງກຳລັງປ້ອງກັນຄວາມສະຫງົບມາແຫ່ງເກີດເຫດຕ່ືມອີກ.