ການປະທະກັນຢູ່ Nagorno-Karabakh: ການປະທະກັນຍັງເກີດຂຶ້ນຢ່າງດຸເດືອດ

(VOVWORLD) -ມີທະຫານເສຍຊີວິດຕື່ມອີກ 21 ຄົນ ໃນການປະທະກັນກັບອາແຊັກໄບຊານ, ອັນໄດ້ຍົກຈຳນວນທະຫານເສຍຊີວິດຂອງເຂດດິນແດນນີ້ຂຶ້ນເປັນ 244 ຄົນນັບແຕ່ເກີດການປະທະກັນເມື່ອວັນທີ 27 ກັນຍາ.

ການປະທະກັນຢູ່ Nagorno-Karabakh: ການປະທະກັນຍັງເກີດຂຶ້ນຢ່າງດຸເດືອດ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຕວັກກີ Mevlut Cavusoglu

(ພາບ: Reuters)

ວັນທີ 06 ຕຸລາ, ການປະທະກັນລະຫວ່າງບັນດາກຳລັງອາກເມນີ ແລະ ອາແຊັກໄບຊານ ຍັງເກີດຂຶ້ນຢ່າງດຸເດືອດຢູ່ເຂດ Nagorno-Karabakh, ໂດຍບໍ່ຫົວຊາຕໍ່ຄວາມກົດດັນທີ່ນັບມື້ນັບເພີ່ມຂຶ້ນຈາກກຳລັງສາກົນ.

        ກຳລັງຊາວ ອາກເມນີ ຢູ່ເຂດ Nagorno-Karabakh ໃຫ້ຮູ້ວ່າ, ມີທະຫານເສຍຊີວິດຕື່ມອີກ 21 ຄົນ ໃນການປະທະກັນກັບອາແຊັກໄບຊານ, ຍົກຈຳນວນທະຫານເສຍຊີວິດຂອງເຂດດິນແດນນີ້ຂຶ້ນເປັນ 244 ຄົນນັບແຕ່ເກີດການປະທະກັນເມື່ອວັນທີ 27 ກັນຍາ.

        ໃນເຫດການທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີການຕ່າງປະເທດຕວັກກີ Mevlut Cavusoglu ກໍ່ໄດ້ໄປເຖິງ ອາແຊັກໄບຊານ ເພື່ອປຶກສາຫາລືສະພາບການ ພາຍຫຼັງມີຫຼາຍປະເທດຄື ອາເມລິກາ, ລັດເຊຍ, ຝລັ່ງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍປະທະກັນຢຸດຍິງ “ໂດຍບໍ່ຕ້ອງມີເງື່ອນໄຂ”. ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) Jens Stoltenberg ກໍ່ຮຽກຮ້ອງໃຫ້ ຕວັກກີ, ເຊິ່ງແມ່ນພັນທະມິດສຳຄັນຂອງ ອາແຊັກໄບຊານ, ນຳໃຊ້ອິດທິພົນຂອງຕົນ “ຫຼາຍພໍສົມຄວນ” ເພື່ອຊ່ວຍຫຼຸດຜ່ອນການປະທະກັນຢູ່ເຂດ Nagorno-Karabakh.

        ໃນວັນດຽວກັນ, ທ່ານຫົວໜ້າກຳລັງລາຊະການລັບຕ່າງປະເທດຂອງລັດເຊຍ Sergei Naryshkin ຫວັງວ່າ, ອາກເມນີ ແລະ ອາແຊັກໄບຊານ ຈະກັບຄືນສູ່ການເຈລະຈາໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ