ການປະທະກັນຢູ່ຊີຣີກ້າວເຂົ້າສູ່ປີທີ5

ການປະທະກັນຢູ່ຊີຣີກ້າວເຂົ້າສູ່ປີທີ5 - ảnh 1
ເດັກ​ນ້ອຍ ຊີ​ຣີ ຢູ່​ບ່ອນຫຼົບ​ໄພ
(ພາບ: ZUMA)

(vovworld) –  ​ວັນ​ທີ 15/3, ການ​ປະ​ທະ​ກັນ​ຢູ່ ຊີ​ຣີ, ເກີດ​ຂຶ້ນ​ຈາກ​ການ​ແຫ່​ຂະ​ບວນ​ ​ຄັດ​ຄ້ານ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashar Al Assad ເມື່ອ​ກາງ​ເດືອນ 3/2011, ​ເຊິ່ງ​ໄດ້ກ້າວ​ເຂົ້າ​ສູ່​ປີ​ທີ 5. ວັນ​ທີ 15/3, ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ອັງ​ກິດ​ ໄດ້ປະ​ກາດ​ບົດ​ລາຍ​ງານ​ໂດຍໃຫ​້​​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີ 215.000 ຄົນ​ເສຍ​ຊີ​ວິດ​ໃນ​ເສີ​ກ​ກາງ​ເມືອງ​ທີ່​ແກ່​ຍາວ 4 ປີ​ຜ່ານ​ມາ​ຢູ່ ຊີ​ຣີ, ໃນ​ນັ້ນ​ມີ​ກ່​ວາ 66.000 ຄົນ​ແມ່ນ​ສາ​ມັນ​ຊົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ຜູ້​ອຳ​ນວຍ​ການ SOHR Rami Abdel Rahman ແລ້ວ, ຕົກ​ເລ​ກ​ດັ່ງ​ກ່າວບໍ່​ທັນ​ຄົບ​ຖ​້ວນ​ຍ້ອນ​ມີ​ປະ​ຊາ​ຊົນ​ນັບ​ພັນ​ຄົນ, ນັບ​ທັງ​ສາ​ມັນ​ຊົນ ແລະ ບັນ​ດາ​ມື​ປືນ, ໄດ້​ຮັບ​ຖື​ວ່າ​ຖືກ​ຫາຍ​ສາບ​ສູນ. ​ແລະ ມີ​ປະ​ຊາ​ຊົນປະ​ມານ 4 ລ້ານ​ຄົນ​ຕ້ອງ​​ອອກ​ຈາກ ຊີ​ຣີ ໄປ​ອົບ​ປະ​ພົບຢູ່​ຕ່າງ​ປະ​ເທດ.

        ບັນ​ດາ​ການ​ແຫ່​ຂະ​ບວນ​​ຄັດ​ຄ້ານ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Bashar Al Assad ເລີ່​ມ​ແຕ່​ວັນ​ທີ 15/3/2011, ຄ້າຍ​ຄື​ກັນ​ກັບ​​ບັນ​ດາເຫດ​ການ​ທີ່​ດຳ​ເນີນ​ໄປ​ໃນ​ອັນ​ທີ່​ໄດ້​ເອີ້ນ​ວ່າ “ລະ​ດູ​ບານ​ໃໝ່​ອາ​ຣັບ” ຢູ່ ອີ​ຢິບ ແລະ Tunisia. ນັບ​ແຕ່​ນັ້ນ, ສະ​ພາບ​ການ​ຈາ​ລະ​ຈົນ​​ໄດ້ຍູ້​ໃຫ​້​ປະ​ເທດນີ້​ຕົກ​ເຂົ້າ​​ສູ່​ການ​ສູ້​ຮົບລະ​ຫວ່າງ ລັດ​ຖະ​ບານ ແລະ ບັນ​ດາ​ກຳ​ລັງ​ຝ່າຍ​ຄ້ານ​ຢ່າງ​ຕໍ່​ເນື່ອງ.


ຂ່າວ/ບົດ​ອື່ນ