ການປະທະກັນສືບຕໍ່ເກີດຂຶ້ນຢ່າງ ດຸເດືອດຢູ່ຊີຣີ

ການປະທະກັນສືບຕໍ່ເກີດຂຶ້ນຢ່າງ ດຸເດືອດຢູ່ຊີຣີ - ảnh 1

(ພາບ:dantri.com.vn)

(vovworld) - ສະພາບ​ການ​ສູ້​ຮົບ​ຢູ່​ຊີຣີ ​ໃນ​ວັນ​ທີ 9/12 ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ ດ້ວຍ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ອ້ອມ​ແອ້ມ​ບໍລິ​ເວນນະຄອນຫຼວງ Damascus ​ແລະ ຢູ່​ນະຄອ​ນ Aleppo ທາງ​ພາກເໜືອ​ປະ​ເທດ​ນີ້. ກອງທັບ​ຂອງ​ລັດຖະບານ​ໄດ້​ດຳ​ເນີນ​ການ​ຍິງ​ລູກປືນ​ໃຫ່ຍ​ໃສ່​ເທດສະບານ​ເມືອງ Daraya ​ໃນ​ທາ​ງທິດຕາ​ເວັນ​ຕົກ​ສຽງ​ໃຕ້ນະຄອນ Damascus ​ຊື່​ງ​ແມ່ນແຫ່ງ​ທີ່​ກຳລັງ​ຝ່າຍ​ຄ້ານ​ພວມ​ຄວບ​ຄຸມກໍ່ຄື​ເທດສະບານ​ເມືອງ Ibrin. ສ່ວນ​ທີ່​ສະໜາມຮົບ ​Aleppo ກຳລັງ​ຝ່າຍ​ຄ້ານ​ພວມ​ຍາດ​ໄດ້​ສິດຄວບ​ຄຸມສ່ວນ​​ໃຫ່ຍ​ໃນ​ຖານ​ທີ່ໝັ້ນ Sheikh Suleiman ທາງ​ທິດຕາ​ເວັນ​ຕົກ​ນະຄອນ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ, ກຳລັງ​ຝ່າຍ​ຄ້ານ​ພວມ​ກ້າວ​​ໄປ​ເຖິງ​ການ​ຍຶດຄອງ​ເຂດ​ໜຶ່ງ​ທີ່​ແກ່ຍາວ​ເຖິງ​ເຂດ​ຊາຍ​ແດນ​ຕິດ​ກັບ​ຕວກກີ. ​Aleppo ​ແມ່ນ​ນະຄອນ​ໃຫ່ຍກ່ວາ​ໝູ່ ​ແລະ ​ແມ່ນ​ສູນ​ເສດຖະກິດ​ຂອງ​ຊີຣີ ​ແຕ່​ປະຈຸ​ບັນ​ພວມ​ກາຍ​ເປັນ​ສະໜາມຮົບ​ອັນ​ດຸ​ເດືອດ​ທີ່​ສຸດ​ໃນ​ຂະນະ​ທີ່ກຳລັງ​ຝ່າຍ​ຄ້ານພະຍາຍາມສ້າງ​ທີ່​ຕັ້ງໝັ້ນ​ແກ່ນ​ຢູ່​ທີ່​ນີ້​ດ້ວຍ​ແຜນການ​ປະກາດ​ Aleppo ​ແມ່ນ​ນະຄອນຫຼວງ​ແຫ່ງ​ໃໝ່.

 

 

ຂ່າວ/ບົດ​ອື່ນ