ການປະທະກັນສືບຕໍ່ເກີດຂຶ້ນຢ່າງຮ້າຍແຮງຢູ່ ເຢແມນ

(VOVWORLD) -ວັນທີ 15 ພຶດສະພາ, ການປະທະກັນຢ່າງຮ້າຍແຮງພວມເກີດຂຶ້ນລະຫວ່າງບັນດາມືປືນຂຶ້ນກັບກຳລັງ Al Houthi ແລະ ກອງທັບລັດຖະບານເຢແມນ ໂດຍຊະອຸດີ ອາຣາເບຍ ໜູນຫຼັງ.

ການປະທະກັນສືບຕໍ່ເກີດຂຶ້ນຢ່າງຮ້າຍແຮງຢູ່ ເຢແມນ - ảnh 1

 ບັນດາມືປືນຂຶ້ນກັບກຳລັງ Houthi

(ພາບ: AFP TTXVN)

ການປະທະກັນຢ່າງຮ້າຍແຮງຖືກເກີດຂຶ້ນຢູ່ນະຄອນທ່າກ່ຳປັ່ນ Hodeidah ໄດ້ທຳລາຍຂໍ້ຕົກລົງຢຸດຍິງ ແລະ ອາດຈະກີດຂວາງຂໍ້ຕົກລົງຖອນທະຫານ ເພື່ອເປີດເສັ້ນທາງໃຫ້ແກ່ການເຈລະຈາສັນຕິພາບເປີດກວ້າງໃນອະນາຄົດ.

        ທ່າກ່ຳປັ່ນ Hodeidah ແມ່ນຢູ່ພາຍໃຕ້ການຄວບຄຸມຂອງບັນດາມືປືນ Al Houthi. ນີ້ແມ່ນປະຕູຕົ້ນຕໍເພື່ອຮັບເຄື່ອງຊ່ວຍເຫຼືອມະນຸດສະທຳຈາກພາຍນອກເຂົ້າເຢແມນ, ແຕ່ສະຖານທີ່ແຫ່ງນີ້ໄດ້ເກີດການປະທະກັນໃນຕະຫຼອດໄລຍະຜ່ານມາ ເຮັດໃຫ້ປະຊາຊົນຫຼາຍຄົນຖືກຍູ້ໃຫ້ຕົກເຂົ້າສະພາບຂາດເຂີນອຶດຫິວ.

ຕອບກັບ

ຂ່າວ/ບົດ​ອື່ນ