(VOVWORLD) - ຫລຸດຜ່ອນອາຍພິດເຮືອນແກ້ວ ຫຼື ເຫັນປະຈັກຕາບັນດານະຄອນຖືກຈົມຢູ່ໃຕ້ນ້ຳທະເລ, ແມ່ນ້ຳລຳເຊບົກແຫ້ງ ແລະ ລະບົບຊີວະພາບມະຫາສະໝຸດຖືກທຳລາຍ.
ນັ້ນແມ່ນຄຳກ່າວເຕືອນທີ່ມີລັກສະນະປຸກລຸກຢ່າງແຮງຕໍ່ປະຊາຄົມສາກົນ, ໂດຍບັນດານັກວິທະຍາສາດເຂົ້າຮ່ວມກິດຈະກຳຄົ້ນຄວ້າພິເສດຂອງສະຫະປະຊາຊາດກ່ຽວກັບມະຫາສະໝຸດ ແລະ ຊັ້ນນ້ຳກ້າມໄດ້ຍົກອອກມາໃນວັນທີ 25 ກັນຍາ.
(ພາບປະກອບ) |
ໃນບົດລາຍງານຕີລາຄາພິເສດ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC) ສັງກັດ ສະຫະປະຊາຊາດ ໄດ້ກ່າວເຕືອນສະພາບອຸ່ນຂຶ້ນໃນທົ່ວໂລກ ພວມທຳລາຍບັນດາມະຫາສະໝຸດ ແລະ ບັນດາເຂດນ້ຳກ້າມໃນໂລກ ຕາມບັນດາວິທີ ນາບຂູ່ມວນມະນຸດໂດຍກົງ. ບັນດາການກະທົບນີ້ ບໍ່ສາມາດຕ່າວປີ້ນໄດ້.