ການພົບປະຂັ້ນສູງ ຈີນ - ຍີ່ປຸ່ນ - ສ ເກົາຫຼີ ເນັ້ນໜັກເຖິງການຮ່ວມມື 3 ຝ່າຍ

ການພົບປະຂັ້ນສູງ ຈີນ - ຍີ່ປຸ່ນ - ສ ເກົາຫຼີ ເນັ້ນໜັກເຖິງການຮ່ວມມື 3 ຝ່າຍ - ảnh 1

ປະທານາທິບໍດີ ສ ​ເກົາ​ຫຼີ, ນາຍົກລັດຖະມົນຕີ ຈີນ ​ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ
(ພາ​ບ: Getty Images)

(vovworld) – ການ​ພົບ​ປະ​ຂັ້ນ​ສູງ 3 ຝ່າຍ​ຄັ້ງ​ທີ 5 ລະຫວ່າງ​ຈີນ, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/5 ຢູ່​ນະຄອນຫຼວງ ປັກ​ກິ່ງ ປະ​ເທດ​ຈີນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາຍົກ​ລັດຖະມົນຕີ​ຈີນ ​ເວີນ​ເຈ​ຍປາວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ​ແລະ ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Myung Bak. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ​ເວີນ​ເຈຍ​ປາວ ​ເນັ້ນ​ໜັກ​ວ່າ: ຄວາມ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​​ແລ້ວ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ  ​ແມ່ນ​ເໝາະ​ສົມ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດອັນ​ເປັນ​ພື້ນຖານ​ຂອງ 3 ປະ​ເທດ, ພ້ອມ​ທັງ​ຊ່ວຍ​ເພີ່ມ​ທະວີ​ກຳລັງ​ແຮງ ​ເພື່ອ​ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຊອກ​ຫາ​ການ​ພັດທະນາ​ລວມ. ຕາມ​ທ່ານ ​ເວີນ​ເຈຍ​ປາວ​ ແລ້ວ, ການ​ພົບ​ປະ 3 ຝ່າຍ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ວິ​ກິດ​ການ​ການ​ເງິນ​ທ່ົວ​ໂລກ​ຍັງ​ບໍ່​ທັນ​ຢຸດ​ຕິ​ເທ​ື່ອ ​ແລະ ອະນາຄົດ​ກ່ຽວ​ກັບ​ວິ​ກິດ​ການ​ໜິ້ສິນ​ຂອງ​ລັດ​ຢູ່ ​ເອີ​ລົບ​ຍັງ​ບໍ່​ທັນຈະ​​ແຈ້ງ​ເທື່ອ. ທ່ານນາຍົກລັດຖະມົນຕີ ​ເວີນ​ເຈ​ຍປາວ ກໍ​ໃຫ້​ຮູ້​ວ່າ: ຈີນ, ຍີ່ປຸ່ນ ​ແລະ ສ ​ເກົາຫຼີ ​​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຈະ​ເລີ່​ມປະ​ຕິ​ບັດ​ວິວັດທະນາ​ການ​ເຈລະຈາ​ກ່ຽວ​ກັບ​​ເຂດ​ການ​ຄ້າ​ເສລີ (ຫຼື FTA) ​ໃນ​ປີ​ນີ້. ທີ່​ການ​ພົບ​ປະ​ຄັ້ງ​ນີ້, 3 ຝ່າຍ​ຈະ​ລົງ​ນາມ​ຂໍ້​ຕົກລົງ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ອາລັກຂາ​​ໃຫ້ການ​ລົງທຶນ, ​​ເຊິ່ງ​ໄດ້​ຮັບ​ຖືວ່າ​​ແມ່ນ​ເອກະສານ​ນິຕິ​ກຳ​ສຳຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື 3 ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ.

ຂ່າວ/ບົດ​ອື່ນ