ການພົບປະມິດຕະພາບປະຊາຊົນຫວຽດນາມ-ຈີນ

ການພົບປະມິດຕະພາບປະຊາຊົນຫວຽດນາມ-ຈີນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ທີ່ກ​ມານ​ພົບ​ປະ

(vovworld)- ​ຕອນ​ເຊົ້າ​ ວັນ​ທີ 9/11, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ມາ​ຄົມ​ມ​ິດ​ຕະ​ພາບ​ພົ​ວ​ພັນ​ຕ່າງ​ປະ​ເທດປະ​ຊາ​ຊົນ​ຈີນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ມິດ​ຕະ​ພາບ ​ຫວຽດ​ນາ​ມ-ຈີນ ດ້ວຍ​ຫົວ​ຂໍ້ “ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ແລ​ກ​ປ່ຽນ ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ ຫວຽດ-ຈີນ”. ເຂົ້າ​ຮ່ວມ​ການ​ພົບ​ປະມີ ທ່ານ ຫງວຽນ​​ທ້ຽນ​ເຍີນ ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ທ່ານ ຈ໋າງ​ເຕີ​ຈ​່ຽງ ປະ​ທານ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ເລື່ອງ​ຮັກ​ສາ​ການ​ພົວ​ພັນ​ ​ຫວຽດ​-ຈີນ ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ, ​ປອດ​ໄສ, ເ​ພີ່ມ​ທະ​ວີ​ການ​​ພົວ​ພັນ​ແລກ​ປ່ຽນ​ຮ່ວມ​ມື ລະ​ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ແມ່ນ​​ປັດ​ໃຈສຳ​ຄັນ​ທີ່​ສຸດ ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ ຂອງ​ແຕ່​ລະ​ປະ​ເທດ, ພາກ​ພື້ນ ແລະ ໂລກ.  ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ບັນ​ດາ​ຜູ້​ແທນ​ຂອງ​ສອງ​ຝ່າຍ ພ້ອມ​ກັນ​ລົງ​ເລິກການ​ແລ​ກ​ປ່ຽນ ເພື່ອ​ແນ​ໃສ່​ປັບປຸງ ແລະ ເສີມ​ຂະ​ຫຍາຍ​ ນ້ຳ​ໃຈ​ມິດ​ຕະ​ພາບ​ ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດ; ປ​ຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ ​ເພື່ອແນ​ໃສ່​ເປີດກວ້າງ​ການ​ພົວ​ພັນແລ​ກ​ປ່ຽນ, ການ​ຮ່ວມ​ມື ໃນ​ແຕ່​ລະ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ກໍ່​ຄື​ບັນ​ດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ:

        ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ ເລື​່ອງ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ກັບ​ຈີນ, ຍາມ​ໃດ​ກໍ່​ຖືນີ້ ​ເປັນ​ການ​ຄັດ​ເລືອກ​ຍຸດ​ທະ​ສາດ ແລະ ເປັນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ຂອງ​ຫວຽດ​ນາມ. ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ ​ມີ​ການ​ຜັນ​ປ່ຽນ​​ສັບ​ສົນຢ່າງບໍ່​ຢຸດ​ຢັ້ງປັດ​ຈຸ​ບັນ​, ສອງ​ພັກ, ສອງ​ລັດ​ພວກ​ເຮົາ ລ້ວນ​ແຕ່​ພວມ​ຍຶດ​ໝັ້ນ​ບົນເສັ້ນ​ທາງກໍ່​ສ້າງ​ລັດ​​ທິ​ສັງ​ຄົມ​ນິ​ຍົມ ໂດຍ​ພັກ​ກອມ​ມູ​ນິດ​ຊີ້ນ​ຳ, ນຳ​ພາ, ລ້ວນ​ແຕ່​ພ​ວມ ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ, ທີ່​ມີ​ຄວາມ​ຕ້ອງ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​​ໃຫ້​ມີສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມສະ​ດວກ ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

        ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຈ໋າງ​ເຕີ​ຈຽງ ໄດ້​ສະ​ແດງ​ຄວາມ​​ພາກ​ພູມ​ໃຈ ທີ່​ໄດ້​ເຂົ້າ​ຮ່ວມ​ກາ​ນ​ພົບ​ປະ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຫວຽດ​ນາມ-ຈີນ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົບ​ປະ​ມິດ​ຕະ​ພາບຄັ້ງນີ້ ຈະ​ປະ​ກອບ​ສ່ວນ​ເພີ່​ມ​ທະ​ວີ​​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ລະ​ຫວ່າງ ສອງ​ຝ່າຍ, ຊຸກ​ຍູ້​ການ​ພົວ​ພັນ​ພົບ​ປະ​ແລ​ກ​ປ່ຽນ, ການ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ​ກວ່າ​ອີກ ຜ່ານ​ນັ້ນ ​ຊຸກ​ຍູ​້ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ຈີນ.


ຂ່າວ/ບົດ​ອື່ນ